ພວກເຈົ້າໜ້າທີ່ປາກິສຖານເວົ້າ
ວ່າຢ່າງໜ້ອຍມີ 4 ຄົນເສຍຊີ
ວິດແລະອີກ 19 ຄົນ ໄດ້ຮັບ
ບາດເຈັບຢູ່ໃນພາກຕາເວັນຕົກ
ສຽງເໜືອຂອງປາກິສຖານໃນ
ການໂຈມຕີດ້ວຍລະເບີດ ຕໍ່ອຸ
ມົງແຫ່ງນຶ່ງ ທີ່ມີການສັນຈອນ
ໄປມາຢ່າງໜາແໜ້ນນັ້ນ.
ພວກເຈົ້າໜ້າທີ່ດັ່ງກ່າວຍັງເວົ້າອີກວ່າ ລົດບັນທຸກຄັນນຶ່ງທີ່ບັນຈຸວັດຖຸລະເບີດເຕັມລົດໄດ້ລະ
ເບີດຂຶ້ນທີ່ອຸມົງ Kohat ໃນຄືນວັນສຸກວານນີ້.
ອຸມົງດັ່ງກ່າວໄດ້ເຊື່ອມຕໍ່ເມືອງ Pashawar ຊຶ່ງເປັນຫົວເມືອງສຳຄັນຫລັກ ໃນເຂດຕາເວັນ
ຕົກສຽງເໜືອຂອງປາກິສຖານໃສ່ກັບເມືອງ Kohat.
ເມືອງ Kohat ເປັນເຂດອັນຕະລາຍ ທີ່ຕັ້ງຢູ່ໃກ້ຊາຍແດນກັບອັຟການິສຖານ ຊຶ່ງເປັນບ່ອນ
ທີ່ພວກຫົວຮຸນແຮງຕານລີບານໄດ້ກໍ່ຄວາມຮຸນແຮງຕໍ່ພວກເຈົ້າໜ້າທີ່ຂອງລັດຖະບານ ແລະ
ກຳລັງຮັກສາຄວາມສະຫງົບ ໃນປາກິສຖານ.
ອຸມົງ Kohat ເຄີຍຕົກເປັນເປົ້າ ໃນການໂຈມຕີຂອງພວກຫົວຮຸນແຮງມາແລ້ວຫຼາຍເທື່ອ ໃນ
ອະດີດຜ່ານມາ.