ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

11 ຄົນເສຍຊີວິດ ໃນການໂຈມຕີ ທີ່ປາກິສຖານ


ເຮືອບິນບໍ່ມີຄົນຂັບ ຂອງສະຫະລັດ
ເຮືອບິນບໍ່ມີຄົນຂັບ ຂອງສະຫະລັດ

ເຈົ້າໜ້າທີ່ສືບລັບປາກິສຖານກ່າວວ່າ ຈຳນວນຜູ້ເສຍຊີວິດ
ຈາກການໂຈມຕີ 2 ຄັ້ງທີ່ສົງໄສວ່າມາຈາກເຮືອບິນບໍ່ມີຄົນ
ຂັບຂອງສະຫະລັດຢູ່ໃນພາກຕາເວັນຕົກສຽງເໜືອຂອງປາ
ກິສຖານນັ້ນໄດ້ເພີ່ມຂຶ້ນເປັນຢ່າງນ້ອຍ 11 ຄົນ.

ເຈົ້າໜ້າທີ່ເວົ້າວ່າມີບໍ່ຕໍ່າກວ່າ 7 ຄົນໄດ້ເສຍຊີວິດໃນການ
ໂຈມຕີເທື່ອທຳອິດ ໃນວັນເສົາມື້ນີ້ ທີ່ເຂດຊົນເຜົ່າ Wazi-
ristan ເໜືອ.

ໃນເວລາຕໍ່ມາ ເຮືອບິນບໍ່ມີຄົນຂັບ ກໍໄດ້ຍິງລູກສອນໄຟ
ໂຈມຕີຕື່ມອີກ ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 4 ຄົນຢູ່
ໃນເຂດຊົນເຜົ່າ ແຫ່ງດຽວກັນນີ້.

ການໂຈມຕີທີ່ວ່ານີ້ມີຂຶ້ນນຶ່ງມື້ລຸນຫຼັງທີ່ໄດ້ມີການຍິງລູກ
ສອນໄຟໂຈມຕີຢູ່ໃນບໍລິເວນດຽວກັນ ທີ່ເຮັດໃຫ້ມີຜູ້ເສຍ ຊີວິດຢ່າງນ້ອຍ 5 ຄົນ.

ເຂດ Waziristan ເໜືອ ຊຶ່ງຕັ້ງຢູ່ໃກ້ໆກັບຊາຍແດນອັຟການິສຖານນັ້ນ ໄດ້ຕົກເປັນເປົ້າ
ໃນການໂຈມຕີດ້ວຍລູກສອນໄຟຂອງສະຫະລັດເລື້ອຍໆ ຍ້ອນເຊື່ອກັນວ່າບັນດາຜູ້ນຳອະ
ວຸໂສຂອງພວກທາລີບານ ແລະກຸ່ມກໍ່ການຮ້າຍອາລກາຍດາ ມີຖານປະຕິບັດງານຢູ່ທີ່ນັ້ນ.

XS
SM
MD
LG