ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫຼວດ 4 ຄົນ ເສຍຊີວິດ ໃນການໂຈມຕີ ສະຫຼະຊີບ ຢູ່ປາກິສຖານ (ເບິ່ງສະໄລດ໌)


ການໂຈມຕີ ສະຫຼະຊີບ ຕໍ່ປ້ອມຕຳຫຼວດ ໃນເມືອງ Peshawar ທາງພາກຕາເວັນຕົກສຽງເໜືອຂອງປາກິສຖານ (24 ກຸມພາ 2012)
ການໂຈມຕີ ສະຫຼະຊີບ ຕໍ່ປ້ອມຕຳຫຼວດ ໃນເມືອງ Peshawar ທາງພາກຕາເວັນຕົກສຽງເໜືອຂອງປາກິສຖານ (24 ກຸມພາ 2012)

ເຈົ້າໜ້າ​ທີ່​ໃນພາກ​ຕາ​ເວັນ​ຕົກ​ສຽງເໜືອ​ຂອງປາ​ກິ​ສຖານກ່າວ​ວ່າ ການ​ສະຫຼະ​ຊີ​ບ​ຕໍ່​ປ້ອມຕໍາ
ຫລວດ​ແຫ່ງ​ນຶ່ງ ໄດ້​ເຮັດ​ໃຫ້ເຈົ້າ​ໜ້າ​ທີ່ຕໍາຫລວດ​ເສຍ​ຊີວິດ​ໄປ​ຢ່າ​ງໜ້ອຍ​ 4 ​ຄົນ.

ບັນ​ດາເຈົ້າ​ໜ້າ​ທີ່ກ່າວ​ວ່າ ພວກ​ໂຈມ​ຕີສາມ​ຄົນທີ່​ມີ​ປືນ​ແລະ​ລະ​ເບີດ​ມືເປັນ​ອາວຸດ ​ໄດ້​ບຸກໂຈມ
ຕີປ້ອມ​ຕຳຫລວດ​ດັ່ງກ່າວທີ່​ເມືອງ Peshawar​ ໃນຕອນ​ເຊົ້າ​ວັນ​ສຸກມື້ນີ້.

ພວກ​ໂຈມ​ຕີ​ໄດ້​ລະດົມ​ຍິງປືນເຂົ້າ​ໃສ່ໃນ​ຂະນະ​ທີ່​ບຸກ​ເຂົ້າ​ໄປ​ໃນ​ບໍລິ​ເວນປ້ອມ​ຕຳຫລວດ. ຫຼັງ​
ຈາກ​ນັ້ນ ກໍ​ໄດ້​ບີບ​ຄະ​ນວນ​ລະ​ເບີດ​ໃຫ້​ແຕກ​ຂຶ້ນ. ​ມີເຈົ້າ​ໜ້າ​ທີ່ຕຳຫລວດ​ 6 ຄົນ​ໄດ້​ຮັບ​ບາດ
ເຈັບ​ຈາ​ກການ​ໂຈມ​ຕີຄັ້ງນີ້.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ສາ​ເຫດ​ທີ່ປ້ອມ​ຕໍາຫລວດ​ແຫ່ງ​ນີ້ຕົກເປັນ​ເປົ້າກໍ​ເນຶ່ອງຈາກ​ວ່າມັນເປັນ​ປ້ອມ
ຕຳຫລວດທີ່​ໃຫ່ຍທີ່​ສຸດ​ແຫ່ງ​ນຶ່ງໃນ​ເມືອງ Peshawar ​ແລະ​ເປັນ​ບ່ອນພັກ​ເຊົາ​ຂອງ​ຕໍາຫຼວດ
ທີ່​ເຂົ້າ​ໃໝ່ຫລາຍ​ຮ້ອຍຄົນ​.

Peshawar ເປັນເມືອງ​ຫລວງ​ຂອງ​ແຂວງ Khyber-Pakhtunkhwa ຊຶ່ງ​ຕັ້ງ​ຢູ່ໃກ້​ກັບ​ເຂດ
ຊົນ​ເຜົ່າທີ່​ບ້ານ​ເມືອງ​ບໍ່​ມີ​ຂື່​ມີ​ແປ​ຂອງປາ​ກິ​ສຖານ ອັນ​ເປັນ​ທີ່​ໝັ້ນຂອງພວກຫົວ​ຮຸນ​ແຮງ Ta-
liban ຊຶ່ງ​ເປັນ​ເຄືອ​ຂ່າຍ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ al-Qaida ນັ້ນ.

ໃນ​ວັນ​ພະຫັດວານ​ນີ້​ລະ​ເບີດລົດໄດ້​ແຕກ​ຂຶ້ນທີ່ຄິວລົດ​ເມ​ແຫ່ງ​ນຶ່ງ​ຢູ່​ໃນ​ເມືອງດັ່ງກ່າວ​ຊຶ່ງເຮັດ​
ໃຫ້​ມີ​ຜູ້​ເສຍ​ຊີວິດ​ໄປ 12 ຄົນ.

ເບິ່ງສະໄລດ໌ ເຫດລະເບີດທີ່ຄິວລົດ ທີ່ເມືອງ Peshawar ມື້ວານນີ້

XS
SM
MD
LG