ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ທະຫານ 27 ຄົນເສຍຊີວິດ ໃນການໂຈມຕີສະລະຊີບ ຢູ່ປາກິສຖານ


ຕຳຫຼວດຂໍໃຫ້ປະຊາຊົນຖອຍອອກໄປ ຈາກບໍລິເວນ ທີ່ມີການໂຈມຕີ ສະລະຊີບທີ່ຄ້າຍຝຶກທະຫານແຫ່ງນຶ່ງ ໃນເມືອງ Mardan (10 ກຸມພາ 2011)
ຕຳຫຼວດຂໍໃຫ້ປະຊາຊົນຖອຍອອກໄປ ຈາກບໍລິເວນ ທີ່ມີການໂຈມຕີ ສະລະຊີບທີ່ຄ້າຍຝຶກທະຫານແຫ່ງນຶ່ງ ໃນເມືອງ Mardan (10 ກຸມພາ 2011)

ເຈົ້າໜ້າທີ່ກອງທັບປາກິສຖານກ່າວວ່າ ມີການໂຈມຕີສະລະ
ຊີບໃສ່ສະຖານທີ່ທາງທະຫານແຫ່ງນຶ່ງ ໃນເມືອງ Mardan
ທາງພາກຕາເວັນຕົກສຽງເໜືອ ຂອງປະ​ເທດ ເຮັດໃຫ້ທະ
ຫານເສຍຊີວິດຢ່າງນ້ອຍ 27 ຄົນ​.

ເຈົ້າໜ້າທີ່ເວົ້າວ່າ ຜູ້ໂຈມຕີ ທີ່​ເປັນໜຸ່ມນ້ອຍ​ໄວ​ລຸ່ນ ໄດ້ໃສ່
ເຄື່ອງແບບນັກຮຽນ ແລະຍ່າງເຂົ້າໄປໃນຄ້າຍທະຫານກ່ອນ
ທີ່ຈະບີບຄະນວນລະເບີດໃຫ້ແຕກຂຶ້ນໃນ​ວັນ​ພະຫັດ​ມື້​ນີ້.

ການໂຈມຕີຄັ້ງນີ້ຍັງເຮັດໃຫ້ທະຫານອີກ 40 ຄົນ ທີ່ພວມ
ພາກັນອອກກຳລັງກາຍຢູ່ນັ້ນໄດ້ຮັບບາດເຈັບ.

ຕຳຫຼວດກ່າວວ່າເຂດດັ່ງກ່າວນີ້ໄດ້ມີການຍາມຮັກສາຄວາມປອດໄພເປັນຢ່າງດີ. ທັງເຈົ້າໜ້າ
ທີ່ຕຳຫຼວດແລະທະຫານພວມທຳການສືບສວນກ່ຽວກັບຄວາມເປັນໄປໄດ້ຂອງຄວາມຂາດຕົກ
ບົກຜ່ອງໃນການຮັກສາຄວາມປອດໄພ.

XS
SM
MD
LG