ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທະຫານ 2 ຄົນເສຍຊີວິດ ໃນເຫດລະເບີດ ຢູ່ປາກິສຖານ


ເບີດຢາມເບິ່ງບໍລິເວນທີ່ມີການໂຈມຕີດ້ວຍລະເບີດ ທີ່ເມືອງ Landi Kotal ໃນພາກຕາເວັນຕົກສຽງເໜືອຂອງປາກິສຖານ (31 ທັນວາ 2011)
ເບີດຢາມເບິ່ງບໍລິເວນທີ່ມີການໂຈມຕີດ້ວຍລະເບີດ ທີ່ເມືອງ Landi Kotal ໃນພາກຕາເວັນຕົກສຽງເໜືອຂອງປາກິສຖານ (31 ທັນວາ 2011)

ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ສະຫງົບ​ຂອງ​ປາ​ກິ​ສຖານ​ກ່າວ​ວ່າ ການ​ໂຈມ​ຕີ​ດ້ວຍ​ລະເບີດ​ໄດ້​ສັງ
ຫານທະຫານ​ປາ​ກິ​ສຖານ 2 ຄົນ ​ໃນ​ເຂດ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອຂອງ​ປະ​ເທດ​ໃກ້ໆ​
ຊາຍ​ແດນ​ອັຟກາ​ນິສຖານ.

ລະ​ເບີດ​ທີ່​ຄວບ​ຄຸມ​ຈາກ​ໄລຍະ​ໄກ ​ໄດ້​ແຕກ​ໃສ່​ລົດ​ທະຫານ​ຄັນ​ນຶ່ງ​ ທີ່​ແລ່ນເປັນຂະ​ບວນຢູ່​
ໃນເຂດ​ຊານ​ເມືອງ​ຂອງ​ເມືອງ Miran Shah ຊຶ່ງ​ເປັນຫົວ​ເມືອງ​ໃຫຍ່ສຸດ​ໃນ​ເຂດ​ຊົນ​ເຜົ່າ
Waziristan ​ເໜືອ.

ຍັງ​ບໍ່​ທັນມີ​ກຸ່ມ​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ຄັ້ງນີ້​ເທື່ອ ​ແຕ່​ເຂດດັ່ງກ່າວ​
ແມ່ນ​ເປັນ​ທີ່​ໝັ້ນຂອງ​ພວກ​ຕາ​ລີ​ບານ​ແລະ​ພວກຫົວ​ຮຸນ​ແຮງ​ອື່ນໆ​ທີ່​ເປັນ​ເຄືອຂາ​ຍຂອງ​ກຸ່ມ
ກໍ່​ການ​ຮ້າຍ​ຂ້າມ​ຊາດ​ອາລກາຍ​ດາ.

ສ່ວນ​ໃນ​ບ່ອນ​ອື່ນໆ​ໃນ​ເຂດ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປາ​ກິ​ສຖານ​ນັ້ນລະ​ເບີດ​ທີ່​ເຮັດ
ເອງ​ລູກ​ນຶ່ງ​ ໄດ້​ແຕກ​ຂຶ້ນຢູ່​ນອກ​ເຮືອນ​ຂອງ​ຜູ້ນຳ​ອະ​ວຸ​ໂສ​ຊົນ​ເຜົ່າ​ໃນ​ເຂດ Khyber ​ເຮັດ
ໃຫ້​ມີ​ຜູ້​ເສຍ​ຊີວິດ 2 ຄົນ​ແລະ​ໄດ້​ຮັບ​ບາດ​ເຈັບ​ອີກ​ຢ່າງ​ນ້ອຍ 4 ຄົນ.

ເສັ້ນທາງ​ສຳຄັນ​ໄປ​ຍັງ​ອັຟກາ​ນິສຖານ​ແມ່ນ​ຜ່ານ​ເຂດ Khyber ຂອງ​ປາ​ກິ​ສຖານແລະ​ໄດ້
ຖືກໃຊ້​ເປັນ​ເສັ້ນທາງ​ຂົນ​ສົ່ງ​ຍຸດທະ​ປັດ​ໄຈ ​ໄປ​ໃຫ້​ກຳລັງ​ປະສົມ​ພາຍ​ໃຕ້​ການ​ນຳພາ​ຂອງ​ສະ
ຫະລັດກ່ອນ​ທີ່​ປາ​ກິ​ສຖານ​ໄດ້​ສັ່ງ​ໃຫ້ໂຈະ ເພື່ອ​ປະ​ທ້ວງ​ຕໍ່​ການໂຈມ​ຕີ​ທາງ​ອາກາດ ຂອງ​ອົງ
ການ​ເນ​ໂຕ້​ໃນ​ເດືອນ​ພະຈິກທີ່​ເຮັດ​ໃຫ້​ທະຫານ​ປາກິ​ສຖານ 24 ຄົນ​ເສຍ​ຊີວິດ​ໄປ​ນັ້ນ.

ນອກ​ນັ້ນ​ແລ້ວ​ໃນ​ວັນ​ເສົາ​ມື້ນີ້ ​ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ສະຫງົບ​ປາ​ກິ​ສຖານ​ກ່າວ​ວ່າ ​ເຮືອບິນ
ເຮືອບິນ​ເຮຣີຄອບ​ເຕີ້ຕິດ​ປືນ​ກົນ​ຂອງ​ກອງທັບ ​ໄດ້​ໂຈມ​ຕີ​ບ່ອນ​ຫຼົບລີ້ຂອງ​ພວກ​ຫົວ​ຮຸນ​ແຮງ​
ຢູ່​ໃນ​ເຂດ​ຊົນ​ເຜົ່າ Orakzai ​ໂດຍ​ໄດ້​ສັງຫານ​ພວກ​ຫົວຮຸນ​ແຮງ 10 ​ແຕ່​ຈຳນວນ​ຜູ້​ເສຍ​ຊີວິດ
ເຫຼົ່ານີ້ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຢືນຢັນ​ຈາກແຫຼ່ງຂ່າວ​ທີ່​ເປັນ​ອິດສະຫຼະ​ເທື່ອ.

XS
SM
MD
LG