ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊີໄອເອຖອນຫົວໜ້າ ອອກຈາກປາກິສຖານ


ອົງການສືບລັບ ຊີໄອເອ ຂອງສະຫະລັດ
ອົງການສືບລັບ ຊີໄອເອ ຂອງສະຫະລັດ

ອົງການສືບລັບຊີໄອເອຂອງສະຫະລັດໄດ້ສັ່ງໃຫ້ຖອນຫົວໜ້າອົງການຊີໄອເອ ຈາກນະຄອນ
ຫຼວງອິສລາມາບັດ ລຸນຫຼັງທີ່ມີການຂົ່ມຂູ່ວ່າຈະເອົາຊີວິດຂອງທ່ານຫຼັງຈາກຊື່ຂອງທ່ານໄດ້ຖືກ
ເປີດເຜີຍ ໃນການຟ້ອງຮ້ອງຢູ່ປາກິສຖານ.

ຊື່ສຽງຂອງຫົວໜ້າອົງການຊີໄອເອ ໄດ້ຖືກເປີດເຜີຍໃຫ້ຮູ້ໃນສັບປະດານີ້ ໃນການຟ້ອງຮ້ອງ
ໂດຍທະນາຍຄວາມຄົນນຶ່ງຂອງປາກິສຖານ ໃນນາມພວກລູກຄວາມຂອງລາວທີ່ຍາດພີ່ນ້ອງ ຂອງພວກເຂົາເຈົ້າໄດ້ເສຍຊີວິດໃນການໂຈມຕີທີ່ສົງໄສວ່າ ມາຈາກເຮືອບິນທີ່ບໍ່ມີຄົນຂັບຂອງ
ສະຫະລັດ.

ເຈົ້າໜ້າທີ່ສະຫະລັດບໍ່ໄດ້ໃຫ້ຄວາມເຫັນໃດໆ ກ່ຽວກັບການໂຈມຕີ ໂດຍເຮືອບິນບໍ່ມີຄົນຂັບ
ນອກຈາກກ່າວວ່າ ມັນເປັນພາກສ່ວນທີ່ຈຳເປັນໃນການເຮັດສົງຄາມຕໍ່ຕ້ານພວກກໍ່ການ
ຮ້າຍອາລກາຍດາ ທີ່ໃຊ້ເຂດຊົນເຜົ່າຂອງປາກິສຖານ ເປັນຖານປະຕິບັດງານຍຸດທະສາດນັ້ນ.
ເຈົ້າໜ້າທີ່ສືບລັບທ່ານນຶ່ງກ່າວຕໍ່ພວກນັກຂ່າວໃນມື້ວັນສຸກວານນີ້ວ່າ ການປະຕິບັດງານຂອງ
ອົງການຊີໄອເອໃນປາກິສຖານ ຈະດຳເນີນຕໍ່ໄປແບບບໍ່ມີການຫຼຸດນ້ອຍຖອຍລົງແຕ່ຢ່າງໃດ.

ນອກນັ້ນແລ້ວໃນມື້ວານນີ້ການໂຈມຕີດ້ວຍລູກສອນໄຟ 3 ຄັ້ງທີ່ສົງໄສວ່າເປັນຂອງສະຫະລັດ
ໄດ້ສັງຫານຢ່າງນ້ອຍ 24 ຄົນໃນເຂດ Khyber ທາງພາກຕາເວັນຕົກສຽງເໜືອຂອງປາກິສ
ຖານ. ເຈົ້າໜ້າທີ່ປາກິສຖານກ່າວວ່າ ການໂຈມຕີດ້ວຍລູກຂອງໄຟ ຂອງອະເມຣິກັນໄດ້ມີຂຶ້ນ
ຢູ່ 3 ບ່ອນໃນເຂດຮ່ອມພູ Tirah.

XS
SM
MD
LG