ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຄວາມຮຸນແຮງໃນປາກິສຖານ


ເຮືອບິນບໍ່ມີຄົນຂັບ ຂອງສະຫະລັດ
ເຮືອບິນບໍ່ມີຄົນຂັບ ຂອງສະຫະລັດ

ການໂຈມຕີດ້ວຍລູກສອນໄຟທີ່ສົງໄສວ່າ ເປັນຂອງສະຫະລັດ ໄດ້ສັງຫານຢ່າງນ້ອຍ 15
ຄົນ ໃນເຂດ Khyber ທາງພາກຕາເວັນຕົກສຽງເໜືອຂອງປາກິສຖານ ບ່ອນທີ່ການ
ໂຈມຕີໃນທຳນອງນີ້ ບໍ່ຄ່ອຍມີຂຶ້ນ.

ເຈົ້າໜ້າທີ່ປາກິສຖານກ່າວວ່າ ການໂຈມຕີດ້ວຍລູກສອນໄຟຂອງສະຫະລັດມີຂຶ້ນຢູ່ 2 ບ່ອນ
ໃນເຂດຮ່ອມພູ Tirah.

ໃນມື້ວານນີ້ ເຈົ້າໜ້າທີ່ປາກິສຖານເວົ້າວ່າ ການໂຈມຕີດ້ວຍລູກສອນໄຟຂອງສະຫະລັດ ໃນ
ບໍລິເວນດຽວກັນນີ້ ກໍໄດ້ສັງຫານ 7 ຄົນທີ່ສົງໄສວ່າເປັນພວກຫົວຮຸນແຮງ.

ການໂຈມຕີດ້ວຍລູກສອນໄຟ ທີ່ສົງໄສວ່າເປັນຂອງສະຫະລັດສ່ວນໃຫຍ່ແລ້ວແມ່ນມີຂຶ້ນໃນ
ເຂດ Waziristan ເໜືອ ໃນບໍລິເວນໃກ້ໆຊາຍແດນອັຟການິສຖານ ບ່ອນທີ່ເຊື່ອກັນວ່າ ກຸ່ມກໍ່ການຮ້າຍອາລກາຍດາ ແລະພວກຫົວຮຸນແຮງທາລີບານ ໄດ້ພາກັນຫຼົບລີ້ ແລະປະຕິ
ບັດງານຢູ່ນັ້ນ.

ປາກິສຖານ ໄດ້ທຳການປະທ້ວງຢ່າງເປັນທາງການ ຕໍ່ການໂຈມຕີດ້ວຍລູກສອນໄຟແຕ່ສະ
ຫະລັດເວົ້າວ່າ ມັນເປັນອາວຸດທີ່ສຳຄັນ ໃນການຕໍ່ສູ້ກັບພວກຫົວຮຸນແຮງ.

ຜົນການທົບທວນເມື່ອໄວໆມານີ້ ກ່ຽວກັບຍຸດທະສາດຂອງສະຫະລັດໃນອັຟການິສຖານ
ແລະປາກິສຖານນັ້ນເວົ້າວ່າ ຈຳເປັນຕ້ອງໄດ້ມີການຮ່ວມມືເພີ້ມຂຶ້ນ ຈາກປາກິສຖານ ເພື່ອ
ປະຕິເສດບໍ່ຍອມໃຫ້ບ່ອນຫຼົບລີ້ແກ່ພວກກໍ່ການຮ້າຍໃນບໍລິເວນຊາຍແດນນັ້ນ.

ໃນເຫດຮ້າຍອີກອັນນຶ່ງ ໃນວັນສຸກມື້ນີ້ ເຈົ້າໜ້າທີ່ປາກິສຖານກ່າວວ່າ ພວກຫົວຮຸນແຮງ
ໄດ້ຍິງປືນຄົກ ໃສ່ເຮືອນ 2 ຫຼັງ ທີ່ເມືອງ Hangu ໃນພາກຕາເວັນຕົກສຽງເໜືອຂອງປະ
ເທດເຮັດໃຫ້ມີຜູ້ເສຍຊີວິດ 9 ຄົນ. ເຂດດັ່ງກ່າວ ເປັນເຂດທີ່ມັກເກີດຄວາມຮຸນແຮງ ທາງ
ດ້ານສາສະໜາ.

XS
SM
MD
LG