ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄວາມຮຸນແຮງໃນປາກິສຖານ


ເຈົ້າໜ້າທີ່ປາກິສຖານ ກ່າວວ່າ ພວກມຸສລິມຫົວຮຸນແຮງ ທີ່ຖືກຄຸມຂັງຢູ່ນັ້ນ ໄດ້ພາກັນຍາດເອົາອາວຸດ ຈາກຍາມ ແລະຈັບເອົາພວກຍາມເຫຼົ່ານີ້ ໄວ້ເປັນໂຕປະກັນ ທີ່ຫົວ ເມືອງສຳຄັນແຫ່ງນຶ່ງທາງພາກຕາເວັນຕົກສຽງເໜືອຂອງ ປະເທດ.

ເຈົ້າໜ້າທີ່ເວົ້າວ່າ ພວກຫົວຮຸນແຮງໄດ້ໃຊ້ກຳລັງເຂົ້າຍາດ ເອົາອາວຸດ ຈາກຍາມ 2 ຄົນ ໃນຕອນເຊົ້າ ຂອງວັນເສົາມື້ນີ້ ທີ່ຕຶກອາຄານ ຂອງໜ່ວຍສືບລັບ ທະຫານປາກິສຖານ ໃນເມືອງ Peshawar ຊຶ່ງເປັນເມືອງເອກ ຂອງແຂວງ Khyber Pakhtungkhwa. ທະຫານປາກິສຖານ ໄດ້ປິດລ້ອມ ບໍລິເວນດັ່ງກ່າວໄວ້ ແລະໄດ້ຍິງຕໍ່ສູ້ ກັບພວກຫົວຮຸນແຮງ ເຮັດໃຫ້ຫຼາຍໆເຂດ ຂອງເມືອງນີ້ ຕົກຢູ່ໃນສະພາບ ບໍ່ມີການເໜັງຕີງ.

ມີສຽງປືນດັງຂຶ້ນ ເປັນໄລຍະໆ ຢູ່ໃນບໍເວນທີ່ເກີດເຫດ 7 ຊົ່ວໂມງກວ່າໆ ຫຼັງຈາກເຫດການ ນີ້ໄດ້ເລີ້ມຂຶ້ນ. ໃນຂັ້ນຕົ້ນ ຕຳຫຼວດປາກິສຖານ ກ່າວວ່າ ພວກຫົວຮຸນແຮງ ໄດ້ໂຈມຕີໂຮງ ການໜ່ວຍສືບລັບທະຫານ ຈາກພາຍນອກ.

ອີກຂ່າວນຶ່ງ ຈາກພາກຕາເວັນຕົກສຽງເໜືອ ຂອງປາກິສຖານນັ້ນ ກໍຄື ການໂຈມຕີ ໂດຍ ເຮືອບິນບໍ່ມີຄົນຂັບ ຂອງສະຫະລັດ ທີ່ໄດ້ສັງຫານ ພວກຫົວຮຸນແຮງ ທາລີບານ ຢ່າງນ້ອຍ 4 ຄົນ ໃນຕອນເຊົ້າມືດ ຂອງວັນເສົາມື້ນີ້. ເຈົ້າໜ້າທີ່ ຮັກສາຄວາມສະຫງົບ ປາກິສຖານ ກ່າວວ່າ ລູກສອນໄຟຫຼາຍໆລູກ ຂອງສະຫະລັດ ໄດ້ຍິງຖືກລົດ 2 ຄັນ ທີ່ລຳລຽງພວກ ຫົວຮຸນແຮງ ໃນເຂດຊົນເຜົ່າ Kuram ຢູ່ບໍລິເວນຊາຍແດນ ຕິດກັບອັຟການິສຖານ.

XS
SM
MD
LG