ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

26 ຄົນເສຍຊີວິດ ໃນການໂຈມຕີ ຢູ່ປາກິສຖານ


ການບຸກໂຈມຕີດ່ານຂ້າມຊາຍແດນປາກິສຖານໂດຍພວກຫົວຮຸນແຮງ
ຈາກອັຟການິສຖານ (27 ສິງຫາ 2011)
ການບຸກໂຈມຕີດ່ານຂ້າມຊາຍແດນປາກິສຖານໂດຍພວກຫົວຮຸນແຮງ ຈາກອັຟການິສຖານ (27 ສິງຫາ 2011)

ເຈົ້າໜ້າທີ່ປາກິສຖານກ່າວວ່າ ພວກຫົວຮຸນແຮງຈາກອັຟການິສຖານຫຼາຍຮ້ອຍຄົນໄດ້ບຸກ
ໂຈມຕີດ່ານຂ້າມຊາຍແດນຂອງປາກິສຖານທີ່ຕິດກັບອັຟການິສຖານຫຼາຍໆແຫ່ງ ເຮັດໃຫ້
ມີຜູ້ເສຍຊີວິດຢ່າງນ້ອຍ 26 ຄົນ.

ເຈົ້າໜ້າທີ່ເວົ້າວ່າ ມີພວກກະບົດຢ່າງນ້ອຍ 9 ຄົນໄດ້ຖືກຂ້າຕາຍ ໃນການສູ້ລົບກັນໃນວັນ
ເສົາມື້ນີ້.

ເຈົ້າໜ້າທີ່ກ່າວວ່າ ການໂຈມຕີເລີ່ມຂຶ້ນທີ່ບ້ານ Arando ໃນເຂດເມືອງ Chitral ໃນພາກ
ຕາເວັນຕົກສຽງເໜືອ ຂອງປາກິສຖານ ໃກ້ໆກັບແຂວງ Nuristan ຂອງອັຟການິສຖານ. ຫຼັງຈາກນັ້ນພວກຫົວຮຸນແຮງກໍໄດ້ທຳການໂຈມຕີຫຼາຍໆຈຸດໃນບໍລິເວນໃກ້ໆຊາຍແດນ.

ການບຸກໂຈມຕີຂ້າມຊາຍແດນໄດ້ກໍ່ໃຫ້ເກີດຄວາມເຄັ່ງຕຶງລະຫວ່າງປາກິສຖານແລະອັຟກາ
ນິສຖານໃນໄລຍະສອງສາມເດືອນຜ່ານມານີ້ ຂະນະທີ່ປະເທດທັງສອງ ຮັບມືກັບການກໍ່ກະ
ບົດແບບຍືດເຍື້ອໂດຍພວກຕາລີບານແລະພວກກະບົດທີ່ເປັນເຄືອຂ່າຍຂອງກຸ່ມກໍ່ການຮ້າຍ
ຂ້າມຊາດອາລກາຍດາ.

ວໍຊິງຕັນໄດ້ກົດດັນເພີ່ມຂຶ້ນໃຫ້ປາກິສຖານເອົາບາດກ້າວທີ່ເດັດຂາດຫຼາຍຂຶ້ນຕໍ່ພວກຫົວຮຸນ
ແຮງນັບແຕ່ໜ່ວຍລົບພິເສດ Navy Seals ຂອງສະຫະລັດໄດ້ພົບເຫັນແລະກໍສັງຫານນາຍ
Osama bin-Laden ຜູ້ນຳກຸ່ມກໍ່ການຮ້າຍອາລກາຍດາທີ່ເມືອງ Abbottabad ໃນປາກິສ ຖານເມື່ອເດືອນພຶດສະພາຜ່ານມາ.

XS
SM
MD
LG