ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໗ ພຶດສະພາ ໒໐໒໔

22 ຄົນເສຍຊີວິດ ໃນການໂຈມຕີ ຢູ່ປາກິສຖານ


ພວກປະທ້ວງປາກິສຖານ ຮ້ອງຄຳຂວັນຕໍ່ຕ້ານ ການໂຈມຕີທາງອາກາດ ໂດຍເຮືອບິນບໍ່ມີຄົນຂັບຂອງສະຫະລັດ ໃນເຂດຊົນເຜົ່າ ທາງພາກຕາເວັນຕົກສຽງເໜືອຂອງປະເທດ (22 ເມສາ 2011)
ພວກປະທ້ວງປາກິສຖານ ຮ້ອງຄຳຂວັນຕໍ່ຕ້ານ ການໂຈມຕີທາງອາກາດ ໂດຍເຮືອບິນບໍ່ມີຄົນຂັບຂອງສະຫະລັດ ໃນເຂດຊົນເຜົ່າ ທາງພາກຕາເວັນຕົກສຽງເໜືອຂອງປະເທດ (22 ເມສາ 2011)

ເຈົ້າໜ້າທີ່ປາກິສຖານກ່າວວ່າຍານທີ່ສົງໄສວ່າເປັນເຮືອບິນ
ບໍ່ມີຄົນຂັບຂອງສະຫະລັດ ໄດ້ຍິງລູກສອນໄຟຢ່າງນ້ອຍ 4
ລູກໃສ່ເຮືອນຫຼັງນຶ່ງໃນເຂດຊົນເຜົ່າ ໃກ້ໆຊາຍແດນອັຟກາ
ນິສຖານ ສັງຫານຢ່າງນ້ອຍ 22 ຄົນ.

ເຈົ້າໜ້າທີ່ກ່າວວ່າ ການໂຈມຕີໃນວັນສຸກມື້ນີ້ແມ່ນແນເປົ້າ
ໝາຍໃສ່ເຮືອນຫຼັງນຶ່ງ ທີ່ເຊື່ອກັນວ່າ ເປັນບ່ອນຫຼົບລີ້ຂອງ
ພວກຫົວຮຸນແຮງ ໃນພາກຕາເວັນຕົກສຽງເໜືອ ຂອງປາ
ກິສຖານປະມານ 35 ຫຼັກກິໂລແມັດຫ່າງຈາກເມືອງ Mi-
ranshah ຫົວເມືອງສຳຄັນໃນເຂດ Wazirsitan ເໜືອ.

ພວກເຈົ້າໜ້າທີ່ເຊື່ອວ່າມີສະມາຊິກຂອງກຸ່ມທາລີບານແລະ
ອາລກາຍດາຈຳນວນນຶ່ງອາໄສຢູ່ໃນເຂດດັ່ງກ່າວແລະໃຊ້
ເຂດນີ້ເປັນບ່ອນບຸກໂຈມຕີເຂົ້າໄປໃນອັຟການິສຖານ.

ໃນວັນພະຫັດວານນີ້ຜູ້ບັນຊາການທະຫານສູງສຸດຂອງກອງທັບປາກິສຖານນາຍພົນ Ash-
fag Kayani ໄດ້ກ່າວຢໍ້າອີກຄັ້ງນຶ່ງເຖິງການຄັດຄ້ານຂອງອິສລາມາບັດຕໍ່ການໂຈມຕີດ້ວຍ
ລູກສອນໄຟຈາກເຮືອບິນບໍ່ມີຄົນຂັບຂອງສະຫະລັດໃສ່ບ່ອນທີ່ສົງໄສວ່າເປັນເປົ້າໝາຍຂອງ
ພວກຫົວຮຸນແຮງໃນປາກິສຖານໂດຍເວົ້າ ວ່າເປັນການບ່ອນທຳລາຍ ຕໍ່ການດຳເນີນ
ຄວາມພະຍາຍາມຂອງປາກິສຖານແລະເປັນທີ່ຄັດຄ້ານຂອງປະຊາຊົນ.

ເຈົ້າໜ້າທີ່ສະຫະລັດບໍ່ໄດ້ຮັບຮູ້ກ່ຽວກັບການໂຈມ ຕີດ້ວຍລູກສອນໄຟໂດຍເຮືອບິນບໍ່ມີຄົນ
ຂັບຢູ່ໃນປາກິສຖານ.

ນອກນັ້ນແລ້ວ ນາຍພົນ Kayani ຍັງໄດ້ປະຕິເສດ ຕໍ່ການສະເໜີແນະຂອງວໍຊິງຕັນທີ່ວ່າ ອິສລາມາບັດບໍ່ໄດ້ດຳເນີນການຢ່າງພຽງພໍໃນການເຮັດສົງຄາມຕໍ່ຕ້ານພວກກໍ່ການຮ້າຍນັ້ນ.

ພົນເຮືອເອກ Mike Mullen ນາຍທະຫານຊັ້ນສູງສຸດຂອງສະຫະລັດໄດ້ເດີນທາງໄປຢ້ຽມ
ຢາມປາກິສຖານ ໃນສັບປະດານີ້ແລະກ່າວຫາສະມາຊິກໃນໜ່ວຍສືບລັບປາກິສຖານວ່າ ມີ ຄວາມສຳພັນກັບພວກກະບົດຢູ່ໃນເຂດຊົນເຜົ່າທາງພາກຕາເວັນຕົກສຽງເໜືອຂອງປະເທດ ໃກ້ໆກັບຊາຍແດນອັຟການິສຖານນັ້ນ.

XS
SM
MD
LG