ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄວາມຮຸນແຮງທີ່ Karachi


ທ່ານ Raza Haider ທີ່ຖືກລອບສັງຫານ
ທ່ານ Raza Haider ທີ່ຖືກລອບສັງຫານ

ທາງ​ການປາ​ກີ​ສຖານຖະ​ແຫລງ​ວ່າ ມີ​ຢ່າງ​ນ້ອຍ 45 ຄົນ
ໄດ້​ຖືກ​ຂ້າ​ຕາຍ​ແລະ​ບາດ​ເຈັບ​ຫຼາຍ​ສິບ​ຄົນໃນ​ເມືອງ Kara-
chi ​ເມືອງ​ທ່າໃນ​ພາກໃຕ້ຂອງປາ​ກີ​ສຖານ ​ໃນ​ເຫດການ​
ວຸ້ນວາຍ​ທີ່​ລະ​ເບີດຂຶ້ນ​ ລຸນ​ຫລັງ​ສະມາຊິກ​ສະພາ​ທ້ອງ​ຖິ່ນ
ຄົນ​ນຶ່ງ​ໄດ້​ຖືກ​ລອບ​ສັງຫານ.

ໃນວັນ​ຈັນ​ວານ​ນີ້ ມື​ປືນ​ທີ່​ໃຊ້​ລົດຈັກ​ເປັນ​ພາຫະນະ​ໄດ້​ຍິງ
ທ່ານ Raza Haider ພ້ອມ​ທັງຄົນ​ອາລັກຂາ​ທ່ານ
ຈົນ​ເຖິງແກ່​ຄວາມ​ຕາຍໃນຂະນະ​ທີ່​ພວກ​ກ່ຽວໄປ​ຮ່ວມ​ໃນ
ພິທີສົ່ງສະການ​ຍາດ​ຂອງ​ເພິ່ນຄົນ​ນຶ່ງໃນ​ຄຸ້ມ Nazimabad
ຂອງ​ກາຣາຈີ.

ທ່ານ Haider ​ເປັນ​ສະມາ​ຊິກຂອງ​ພັກຂະ​ບວນການ Muttahida Quami (MQM)
ຊຶ່ງ​ເປັນພັກ​ນຶ່ງ​ຢູ່​ໃນ​ກຸ່ມ​ປະສົມ​ການ​ເມືອງ​ທີ່ປົກ​ຄອງ​ແຂວງ Sindh ​ແລະ​ຮ່ວມຢູ່​ໃນ
ລັດຖະບານ​ກາງ.

Karachi ​ເປັນ​ຫົວເມືອງ​ທີ່ໃຫ່ຽສຸດ​ຂອງປາ​ກີ​ສຖານ ​ແລະ​ໄດ້​ປະສົບ​ກັບ​ຄວາມ​ຮຸນ​
ແຮງວຸ້ນວາຍຢ່າງ​ຕໍ່​ເນື່ອງ​ ໃນ​ລະຫວ່າງກຸ່ມ​ສາສະໜາແລະຊົນ​ກຸ່ມ​ນ້ອຍ.

XS
SM
MD
LG