ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຢ່າງນ້ອຍ 12 ຄົນ ເສຍຊີວິດໃນການ ໂຈມຕີສະລະຊີບທີ່ປາກິດສະຖານ


ພວກນາຍແພດປາກິດສະຖານກ່າວວ່າມີຜູ້ເສຍຊີວິດ
ຢ່າງນ້ອຍ12 ຄົນຮວມທັງຕຳຫລວດ 3 ຄົນ ໃນການ
ໂຈມຕີດ້ວຍລະເບີດສະລະຊີບ ໃນພາກຕາ ເວັນຕົກ
ສຽງເໜືອ ຂອງປາກິດສະຖານ.

ພວກນາຍໝໍ ທີ່ໂຮງພະຍາບານໃຫຍ່ ເມືອງ DERA
ISMAILKHAN ກ່າວວ່າ ຜູ້ໂຈມຕີສະລະຊີບ ໄດ້ຂີ່ລົດ
ຖີບ ແລ່ນເຂົ້າຕຳລົດຕຳຫລວດຄັນນຶ່ງໃນ ວັນອັງຄານມື້ນີ້.

ມີເດັກນ້ອຍຢ່າງນ້ອຍ 1 ຄົນ ຮວມຢູ່ໃນຈຳນວນຜູ້ ເສຍ
ຊີວິດ. ນອກນັ້ນແລ້ວ ຍັງມີອີກ 10 ຄົນໄດ້ຮັບບາດເຈັບ.
ຕຳຫລວດເວົ້າວ່າ ມີ​ເຈົ້າ​ຫນ້າ​ທີ່ອະວຸໂສທ້ອງຖິ່ນຄົນນຶ່ງ
ແມ່ນຢູ່ໃນລົດຄັນທີ່ຖືກໂຈມຕີນັ້ນ.

XS
SM
MD
LG