ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

20 ຄົນເສຍຊີວິດ ໃນການໂຈມຕີ ດ້ວຍລະເບີດລົດ ທີ່ປາກີສຖານ


ພວກຊ່ອຍກູ້ໄພປາກີສຖານກໍາລັງຫາມຄົນເຈັບ ຈາກເຫດລະເບີດລົດ ຢູ່ປໍ້ານໍ້າມັນແຫ່ງນຶ່ງ ໃນເມືອງ Faisalabad, ວັນທີ 8 ມີນາ , 2011
ພວກຊ່ອຍກູ້ໄພປາກີສຖານກໍາລັງຫາມຄົນເຈັບ ຈາກເຫດລະເບີດລົດ ຢູ່ປໍ້ານໍ້າມັນແຫ່ງນຶ່ງ ໃນເມືອງ Faisalabad, ວັນທີ 8 ມີນາ , 2011

ບັນດາ​ເຈົ້າ​ໜ້າ​ທີ່​ປາ​ກີ​ສຖານ​ກ່າວ​ວ່າ ລະ​ເບີດ​ລົດ​ໄດ້​ແຕກ
ຂຶ້ນ​ທີ່​ປໍ້າ​ນໍ້າມັນ​ແຫ່ງ​ນຶ່ງ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ປ​ະ​ເທດ​
ເຮັດ​ໃຫ້​ປະຊາຊົນ​ຢ່າງ​ນ້ອຍ 20 ຄົນເສຍຊີວິດ.

ພວກ​ເຈົ້າ​ໜ້າ​ທີ່​ເຫລົ່າ​ນີ້​ກ່າວ​ວ່າ ເຫດລະ​ເບີດ​ທີ່ເມືອງ Faisalabad ​ໃນ​ແຂວງ​ Punjab ຍັງ​ເຮັດ​ໃຫ້ປະຊາຊົນ​ຕື່ມ​ອີກ​ຢ່າງ​ນ້ອຍ 100 ຄົນ ​ໄດ້​ຮັບ​ບາດ​ເຈັບ. ລະ​ເບີດ​ລົດ​ດັ່ງກ່າວໄດ້​ເຮັດ​ໃຫ້​ຖັງ​ບັນຈຸ​ນໍ້າມັນໃນ​ປໍ້າ​ລຸກ​ໄໝ້ເປັນແປວ​ໄຟຂະໜາດ​ໃຫຍ່​ຊຶ່ງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ພວກ​ຕຶກ​ໂຮງການລັດຖະບານ​ຫລາຍ​ຫລັງ​ທີ່​ຕັ້ງ​ຢູ່​ໃກ້ໆ​ກັບ​ປໍ້າ​ນັ້ນ.

ກອງ​ດິນ​ຈີ່​ທີ່​ເພພັງ​ລົງ​ມາ​ຈາກ​ຕຶກ​ອາຄານ​ແລະ​ເສດ​ເຫລັກ​ຈາກ​ລົດ​ທີ່ຖືກໄຟ​ໄໝ້ ​ໄດ້​ຊະຊາຍ ຢັ່ງຢາຍໄປ​ທົ່ວ​ບ່ອນ​ໄຟ​ໄໝ້​ໃນ​ຂະນະ​ທີ່​ພວກ​ພະນັກງານ​ຊ່ອຍ​ກູ້​ໄພ​ກໍາກັບ​ນໍາ​ພວກ​ຜູ້​ຄົນ​ທີ່​ໄດ້​ຮັບ​ບາດ​ເຈັບ​ນັ້ນ.

ຍັງບໍ່​ມີ​ຜູ້​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້​ເທື່ອ.

XS
SM
MD
LG