ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

3 ຄົນເສຍຊີວິດ ໃນເຫດວາງລະເບີດ ສະລະຊີບ ທີ່ປາກິສຖານ (ເບິ່ງວີດີໂອ)


ການວາງລະເບີດສະລະຊີບ ໂຈມຕີທີ່ນະຄອນກາຣາຈີ ປາກິສຖານ.
ວັນທີ 5 ເມສາ 2012.
ການວາງລະເບີດສະລະຊີບ ໂຈມຕີທີ່ນະຄອນກາຣາຈີ ປາກິສຖານ. ວັນທີ 5 ເມສາ 2012.

ຜູ້​ວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ນຶ່ງ​ແລະ​ມື​ປືນ​ຈຸ​ນຶ່ງ​ໄດ້​ທໍາ​ການ​ໂຈມ​ຕີ 2 ບັ້ນ​ ທີ່​ເຮັດ​ໃຫ້​ຜູ້​ຄົນ​ເສຍ​ຊີວິດໃນ​ວັນ​ພະຫັດ​ມື້​ນີ້ ທີ່​ແນ​ເປົ້າ​ໝາຍ​ໃສ່ຕໍາຫຼວດ​ໃນ Karachi ​ເມືອງ​ໃຫຍ່​ທີ່​ສຸດ​ຂອງ​ປາ​ກິ​ສຖານ.

ຕໍາຫຼວດ​ກ່າວ​ວ່າ ມີ 3 ຄົນ​ເສຍ​ຊີວິດ​ແລະ​ອີກ​ 13 ຄົນ​ໄດ້​ຮັບ​ບາດ​ເຈັບ​ເວລາ​ຜູ້​ວາງ​ລະ​ເບີດ​ສະລະ​ຊີບ​ລະ​ເບີດໂຕ​ຕາຍ ຢູ່​ທາງ​ຂ້າງ​ລົດ​ຄັນ​ນຶ່ງ​ທີ່​ຫົວໜ້າ​ຕໍາຫຼວດເຂດ​ນຶ່ງຂອງ​ເມືອງ​ຂ່ີ​ໄປ. ​ແຕ່ທ່ານ Rao Anwar ຫົວໜ້າ​ຕໍາຫຼວດ​ເຂດ Malir ລອດ​ຊີວິດຈາກ​ການ​ໂຈມ​ຕີ.

ໃນ​ແຫ່ງ​ອື່ນໆ​ອີກ ທີ່​ນະຄອນ Karachi ​ໃນ​ວັນ​ພະຫັດ​ມື້​ນີ້ ພວກ​ມືປືນ​ຈຸ​ນຶ່ງທີ່​ບໍ່​ຊາບວ່າ​ແມ່ນ​ກຸ່ມ​ໃດ ​ໄດ້​ທໍາ​ການ​ໂຈມ​ຕີ​ໜ່ວຍ​ລາ​ດຕາ​ເວນຂອງຕໍາຫຼວດ​ຈຸ​ນຶ່ງ ​ເຮັດ​ໃຫ້​ຕໍາຫຼວດ 3 ຄົນ​ເສຍ​ຊີວິດ.

ທ່ານໝໍ​ຄົນ​ນຶ່ງ​ທີ່​ໂຮງໝໍ Jinnah ທີ່​ນະຄອນ Karachi ກ່າວ​ວ່າ ພວກທີ່​ເສຍ​ຊີວິດ​ນັ້ນ​ແມ່ນ​ຮວມທັງ​ຮອງ​ສາລະວັດ​ແລະຕໍາຫຼວດ​ອີກ 2 ຄົນ.

ຄວາມ​ຮຸນ​ແຮງ​ທາງ​ດ້ານ​ສາສະໜາ ​ໄດ້​ຖືກ​ຖິ້ມ​ໂທດ​ໃສ່​ວ່າ​ເປັນສາ​ເຫດທີ່​ເຮັດ​ໃຫ້​ປະຊາຊົນ​ເສຍ​ຊີວິດ​ໄປ​ຫຼາຍ​ຮ້ອຍ​ຄົນ​ ໃນ​ນະຄອນ Karachi ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ປີຜ່ານມາ​ນີ້. ການ​ເຂັ່ນຂ້າ​ກັນ​ຫຼາຍ​ບັ້ນ ​ແມ່ນ​ຖິ້ມ​ໂທດ​ໃສ່​ພວກ​ແກ໊ງຊົນ​ກຸ່ມ​ນ້ອຍ ທີ່​ມີ​ສ່ວນ​ພົວພັນ​ກັບ​ພວກ​ກຸ່ມ​ການ​ເມືອງ​ທີ່​ເປັນ​ຄູ່​ປໍ​ລະ​ປັກ​ກັນ​ຕ່າງໆເຊ່ນ: ກຸ່ມ MQM ຊົນ​ກຸ່ມ​ໃຫຍ່​ທີ່ປາກ​ພາສາ Urdu ​ແລະ​ພັກ Awami ແຫ່ງ​ຊາດຂອງ​ພວກ​ອົບ​ພະຍົບເຜົ່າ Pashtun.

XS
SM
MD
LG