ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໖ ກັນຍາ ໒໐໒໓

ທະຫານລັດຖະບານ 10 ຄົນ ຖືກຂ້າຕາຍ ໃນການປະທະກັນ ຢູ່ປາກິສຖານ


ຜູ້ນຳຂອງພວກກະບົດຕາລີບານໃນປາກິສຖານ ນາຍ Hakimullah Mehsud (ຂວາ) ແບກປືນຍິງຈະຫຼວດໝາກປີ ໃນເຂດຊົນເຜົ່າ Waziristan ໃຕ້ (4 ຕຸລາ 2009)

ເຈົ້າໜ້າ​ທີ່​ປາ​ກິ​ສຖານ​ກ່າວ​ວ່າພວກ​ຫົວ​ຮຸນ​ແຮງ​ໄດ້​ປະ​ທະ​ກັນ​ກັບ​ກຳລັງ​ຮັກສາຄວາມ​ສະຫງົບ
ໃນ​ເຂດ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອທີ່​ມີ​ຄວາມ​ຫຼໍ່​ແຫຼມຂອງ​ປະ​ເທດ ​ເຮັດ​ໃຫ້​ທະຫານ​ຢ່າງ​ໜ້ອຍ
10 ຄົນ ​ແລ​ະພວກ​ຫົວ​ຮຸນ​ແຮງ 23 ຄົນ​ເສຍ​ຊີວິດ.

ການ​ໂຈມ​ຕີ​ຂອງ​ພວກ​ຫົວ​ຮຸນ​ແຮງ​ໃນ​ຕອນ​ເຊົ້າຂອງ​ວັນ​ສຸກ​ມື້ນີ້ມີ​ຂຶ້ນ​ໃນ​ເຂດເມືອງ​ Khyber
ຊຶ່ງເປັນ​ຫົວ​ເມືອງຊົນ​ເ​ຜົ່າ​ ຕັ້ງຢູ່ໃນບໍລິ​ເວນ ຮ່ອມ​ພູ Tirah ​ໃກ້ໆຊາຍ​ແດນ​ອັຟກາ​ນິສຖານ.
ພວກ​ກະບົດ​ໄດ້​ສວຍໂອກາດ​ໃຊ້​ເຂດ​ທີ່​ບ້ານ​ເມືອງ​ບໍ່ມີ​ຂື່ມີ​ແປ​ດັ່ງກ່າວສ້າງຕັ້ງທີ່​ໝັ້ນຂອງ​ຕົນ.

ອີກ​ດ້ານ​ນຶ່ງ​ນັ້ນ​ໃນ​ວັນ​ສຸກ​ມື້ນີ້ ຕຳຫຼວດປາ​ກິ​ສຖານ​ກ່າວ​ວ່າ ມືປືນໄດ້​ຍິງ​ສັງຫານ​ເຈົ້າໜ້າ​ທີ່​ສືບ
ລັບ​ຄົນ​ນຶ່ງ​ຕາຍ​ ທີ່​ເມືອງ Peshawar ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອຂອງ​ປະ​ເທດ. ຍັງ​ບໍ່​ທັນ​
ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ກຸ່ມ​ໃດ​ເປັນ​ຜູ້ຍິງ​ສັງຫານ​ເຈົ້າໜ້າທີ່​ສືບ​ລັບ​ຄົນ​ນີ້ ແຕ່​ພວກ​ຫົວ​ຮຸນ​ແຮງ
ຕາລີ​ບານເຄີຍ​ໄດ້​ໂຈມ​ຕີ​ແລະ​ສັງຫານພວກເຈົ້າໜ້າ​ທີ່​ສື​ບລັບ​ໃນ​ບໍລິ​ເວນ​ດັ່ງກ່າວ​ມາ​ແລ້ວ.

XS
SM
MD
LG