ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

8 ຄົນເສຍຊີວິດ ຍ້ອນເຫດລະເບີດ ຢູ່ປາກິສຖານ (ສະໄລດ໌/ວີດິໂອ)


ຕໍາຫລວດເກັບຫລັກຖານຈາກສະຖານ ເກີດເຫດລະເບີດ ໃນຖະໜົນ University ຢູ່ໃນເມືອງ Peshawar ຂອງປາກິສຖານ ໃນວັນທີ 29 ເມສາ 2013.
ຕໍາຫລວດເກັບຫລັກຖານຈາກສະຖານ ເກີດເຫດລະເບີດ ໃນຖະໜົນ University ຢູ່ໃນເມືອງ Peshawar ຂອງປາກິສຖານ ໃນວັນທີ 29 ເມສາ 2013.
ພວກເຈົ້າໜ້າທີ່ປາກີສຖານເວົ້າວ່າ ການໂຈມຕີດ້ວຍລະເບີດຄັ້ງ
ນຶ່ງໄດ້ສັງຫານຢ່າງ ໜ້ອຍ 8 ຄົນ ທີ່​ເມືອງ Peshawar ໃນພາກ
ຕາເວັນຕົກສຽງ​ເໜືອຂອງປະເທດ ໃນຂະນະທີ່ການກໍ່ຄວາມຮຸນ
ແຮງໄດ້ຖີບຕົວສູງຂຶ້ນຢູ່ໃນປະເທດດັ່ງກ່າວ ກ່ອນໜ້າການເລືອກ
ຕັ້ງສະພາແຫ່ງຊາດທີ່ຈະມີຂຶ້ນໃນວັນທີ 11 ພຶດສະພາທີ່ຈະມາ
ເຖິງນີ້.

ຕໍາຫລວດກ່າວວ່າ ການໂຈມຕີທີ່ມີຂຶ້ນໃນວັນຈັນມື້ນີ້ ໄດ້ຖືກລົດ
ຕໍາຫລວດຄັນນຶ່ງ ແລະລົດເມຄັນນຶ່ງ ທີ່ແລ່ນຜ່ານໄປຖະໜົນທີ່
ມີການສັນຈອນຢ່າງແອອັດທີ່ສຸດ ຂອງເມືອງ ດັ່ງກ່າວ. ລາຍງານ
ເວົ້າວ່າ ຫົວໜ້າຕໍາຫລວດທ່ານນຶ່ງ ຫາກໍ່ຜ່ານບ່ອນເກີດ​ເຫດ​ນັ້ນ​ໄປ ແຕ່ບໍ່ໄດ້ຮັບບາດເຈັບ
ແຕ່ຢ່າງໃດ.



ຕໍາຫລວດເວົ້າອີກວ່າ ພວກເຂົາເຈົ້າເຊື່ອວ່າ ມັນເປັນການໂຈມຕີສະລະຊີບທີ່ດໍາເນີນ ການ
ໂດຍຜູ້ຊາຍຄົນນຶ່ງ ທີ່ຂີ່ລົດຈັກໄປ. ຍັງບໍ່ມີກຸ່ມໃດອ້າງເອົາຄວາມຮັບຜິດຊອບຕໍ່ການ ໂຈມຕີ
ຄັ້ງນີ້ເທື່ອ.

ຢ່າງໜ້ອຍ 30 ຄົນ ກໍາລັງໄດ້ຮັບການປິ່ນປົວຢູ່ຍ້ອນໄດ້ຮັບບາດເຈັບຫລັງຈາກການ
ໂຈມຕີດັ່ງກ່າວ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:
XS
SM
MD
LG