ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຕໍາຫລວດ 10 ຄົນ ເສຍຊີວິດ ໃນການໂຈມຕີ ຢູ່ປາກິສຖານ


ແຜນທີ່ Waziristan ໃຕ້ ຂອງປາກີສຖານ
ແຜນທີ່ Waziristan ໃຕ້ ຂອງປາກີສຖານ


















ຕໍາຫລວດປາກີສຖານກ່າວວ່າ ພວກ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ​ໄດ້​ທໍາ​ການໂຈມ​ຕີ​ສະ​ຖາ​ນີຕໍາຫລວດ​
ແຫ່ງ​ນຶ່ງ​ຂອງ​ຕົນ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງເໜືອ​ຂອງ​ປະ​ເທດ ​ເຮັດ​ໃຫ້​ເຈົ້າ​ໜ້າ​ທີ່​ຕໍາຫລວດຢ່າງ
ໜ້ອຍ 10 ຄົນເສຍຊີວິດ​ແລະ​ໄດ້ບາດ​ເຈັບຕື່ມ​ອີກ 5 ຄົນ.

ບັນດາ​ເຈົ້າ​ໜ້າ​ທີ່​ຕໍາຫລວດ​ໃນ​ທ້ອງ​ຖິ່ນ​ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ​ທີ່ປະກອບ​ອາວຸດ​ປືນ​ແລະ​
ລະເບີດ​ມື​ໄດ້​ທໍາ​ການ​ໂຈມ​ຕີ​ສະຖານີ​ຕໍາຫລວດແຫ່ງ​ນຶ່ງ​ໃນ​ເມືອງ Kolach ​ເມືອງ​ນ້ອຍໆ​ໃນ
ວັນ​ເສົາ​ວານ​ນີ້ ຊຶ່ງ​ມີ​ເຈົ້າໜ້າ​ທີ່​ຕໍາຫລວດ​ຢ່າງ​ໜ້ອຍ 17 ຄົນ​ປະ​ຈໍາ​ໜ້າ​ທີ່ຢູ່​ໃນ​ເວລາ​ນັ້ນ.

ພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ລັດຖະບານ​ແລະ​ພວກ​ຫົວ​ຮຸນແຮງ​ໄດ້​ປະ​ທະ​ກັນ​ເປັນ​
ເວລາ​ຫລາຍ​ຊົ່ວ​ໂມງ ກ່ອນ​ພວກ​ຕໍາຫລວດສາມາດ​ຍຶດ​ເອົາ​ສະຖານີ​ແຫ່ງ​ນີ້​ໄດ້​ຄືນ.

ກຸ່ມ​ຕາ​ລີ​ບັນ​ໃນ​ປາ​ກີ​ສຖານ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີຄັ້ງ​ນີ້ ​ໂດຍ​ກ່າວ​ວ່າ
ກຸ່ມຂອງຕົນ​ໄດ້​ສົ່ງ​ຜູ້​ໂຈມ​ຕີ​ໄປ 2 ຄົນ ຊຶ່ງ​ຄົນ​ນຶ່ງເປັນ​ແມ່ຍິງ. ​ແຕ່​ຍັງ​ບໍ່ເປັນ​ທີ່ຈະ​ແຈ້ງ​ຄັກ​ແນ່​
ເທື່ອ​ວ່າມີ​ພວກໂຈມ​ຕີ​ຈັກຄົນ​ກັນ​ແທ້​ທີ່​ໄດ້​ເຂົ້າ​ພົວພັນ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້. ກຸ່ມ​ຕາ​ລີ​ບັນ​ໄດ້​
ໃຫ້ຄໍາ​ໝັ້ນສັນຍາ​ໄວ້​ວ່າຈະ​ທໍາ​ການ​ແກ້​ແຄ້ນ​ຕໍ່​ການ​ສັງຫານ​ນາຍ​ໂອຊາ​ມາບິນ​ລາ​ເດັນ ຜູ້​ນໍາ
ເຄືອ​ຂ່າຍ​ອາລກາ​ອິດາ ​ໃນ​ປາ​ກີ​ສຖານ ​ແລະ​ທໍາ​ການໂຈມ​ຕີ​ເປັນ​ປະ​ຈໍາ​ຕໍ່​ເປົ້າ​ໝາຍ​ຂອງ​ພວກ​
ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ນັ້ນ.

ເມືອງ Kolachi ຕັ້ງ​ຢູ່​ໃກ້ໆ​ກັບ​ຂົງ​ເຂດ​ຊົນ​ເຜົ່າ Waziristanໃຕ້ ບ່ອນ​ທີ່​ສະຖານະ​ການ​ປ່ຽນ​
ແປງ​ໄດ້​ງ່າຍໆ​ຂອງ​ປາ​ກີ​ສຖານ ທີ່​ຜູ້​ຄົນຮູ້ຈັກ​ກັນ​ວ່າ ​ເປັນ​ທີ່​ໝັ້ນ​ແຫ່ງ​ນຶ່ງ​ຂອງ​ກຸ່ມ​ຕາ​ລີ​ບັນ​ປາ​
ກີ​ສຖານແລະເປັນ​ຂົງ​ເຂດ​ນຶ່ງ​ທີ່​ທາງ​ການ​ແນ​ເປົ້າ​ໝາຍ​ໃສ່​ພວກ​ຫົວ​ຮຸນ​ແຮງ​ນັ້ນ.

XS
SM
MD
LG