ບັນດາເຈົ້າໜ້າທີ່ປາກີສຖານກ່າວວ່າ ລະເບີດຫລາຍລູກໄດ້
ແຕກຂຶ້ນຢູ່ໃກ້ໆກັບລົດບັສ 2 ຄັນທີ່ບັນທຸກພວກທະຫານ
ເຮືອໃນເມືອງ Karachi ເຮັດໃຫ້ຢ່າງໜ້ອຍ 4 ຄົນເສຍຊີ
ວິດ ແລະບາດເຈັບຕື່ມອີກຫລາຍກວ່າ 50 ຄົນ.
ທາງການປາກີສຖານກ່າວວ່າ ເຫດລະເບີດທີ່ໃຊ້ເຄື່ອງຄວບ
ຄຸມຈາກໄລ ຍະໄກໃນວັນອັງຄານມື້ນີ້ໄດ້ເກີດໃນເວລາຫ່າງ
ກັນພຽງບໍ່ເທົ່າໃດນາທີຢູ່ຫຼາຍໆຈຸດຂອງເມືອງທ່າKarachi
ໃນພາກໃຕ້ຂອງປະເທດ.
ບໍ່ມີກຸ່ມໃດອ້າງເອົາຄວາມຮັບຜິດຊອບໃນທັນທີໃນການໂຈມ
ຕີເຫລົ່ານີ້.
ເມືອງ Karachi ເປັນສູນກາງດ້ານເສດຖະກິດແລະເປັນ
ເມືອງໃຫຍ່ທີ່ສຸດຂອງປາກີສຖານຊຶ່ງມີພົນລະເມືອງປະ
ມານ 16 ລ້ານຄົນ. ເມືອງດັ່ງກ່າວນີ້ໄດ້ປະເຊີນກັບຄວາມ
ວຸ້ນວາຍດ້ານອາຊະຍາກໍາຕະຫລອດທັງດ້ານສາສະໜາ ແລະພວກຫົວຮຸນແຮງຈັດຕ່າງໆ.
ໃນສັບປະດາຜ່ານມານີ້ ລະເບີດລູກນຶ່ງໄດ້ແຕກຂຶ້ນໃນສະໂມສອນການພະນັນແຫ່ງນຶ່ງທີ່ຄຸ້ມ
Ghas Mandi ຂອງນະຄອນ Karachi ຊຶ່ງເຮັດໃຫ້ມີຜູ້ຄົນເສຍຊີວິດໄປຢ່າງໜ້ອຍ 15
ຄົນແລະບາດເຈັບຫລາຍກວ່າ 35 ຄົນ. ຕໍາຫລວດກ່າວວ່າ ພວກເຂົາເຈົ້າສົງໄສພວກແກ໊ງ
ອາຊະຍາກໍາເປັນຜູ້ຮັບຜິດຊອບໃນການໂຈມຕີທີ່ວ່ານີ້.
ໃນແຫ່ງອື່ນໆອີກ ບັນດາເຈົ້າໜ້າທີ່ໃນແຂວງ Baluchistan ກ່າວວ່າພວກຜູ້ຊາຍປະກອບ
ອາວຸດຈຸນຶ່ງໄດ້ທໍາການໂຈມຕີລົດບັສໂດຍສານຄັນນຶ່ງໃນແລງວັນຈັນວານນີ້ແລະພາກັນ
ເອົາໄຟຈູດລົດບັສຄັນນີ້ ເຮັດໃຫ້ປະຊາຊົນຢ່າງໜ້ອຍ 13 ຄົນເສຍຊີວິດ. ມີແມ່ຍິງແລະ
ເດັກນ້ອຍຫລາຍຄົນຮວມຢູ່ໃນຈໍານວນພວກທີ່ເສຍຊີວິດໄປໃນການໂຈມຕີຄັ້ງນີ້.