ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

32 ຄົນເສຍຊີວິດ ໃນການວາງ ລະເບີດສະລະຊີບ ທີ່ປາກິສຖານ


ເຂດຊົນເຜົ່າເຂດນຶ່ງ ໃນບໍລິເວນຮ່ອມພູໃນປາກິສຖານ
ເຂດຊົນເຜົ່າເຂດນຶ່ງ ໃນບໍລິເວນຮ່ອມພູໃນປາກິສຖານ

ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປາ​ກິ​ສຖານ​ກ່າວໃນ​ວັນ​ເສົາ​ວານ​ນີ້​ວ່າ ຈໍານວນ​ຜູ້​ເສຍ​ຊີວິດ​ຈາກການວາງ​ລະ​ເບີດ​ສະລະ​ຊີບ​ຢູ່ຕະຫຼາດ​ທີ່​ເຕັມໄປ​ດ້ວຍ​ຜູ້​ຄົນແຫ່ງ
ນຶ່ງ ​ໃນເຂດຊົນ​ເຜົ່າ Kurram ​ໄດ້ເພີ່ມ​ຂຶ້ນເປັນ​ຢ່າງ​ໜ້ອຍ 32 ຄົນ​ແລ້ວ.

ບັນດາ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ຜູ້​ວາງ​ລະ​ເບີດ​ສະລະ​ຊີ​ບຄົນ​ນີ້ທີ່​ຂີ່​ລົດຈັກ​ມາໄດ້ຈູດ​ກະນວນ​ວັດ
ຖຸ​ລະ​ເບີດ​ຂອງ​ຜູ້ກ່ຽວ​ຢູ່​ໃກ້​ໆ​ກັບ​ຕະຫຼາດທີ່​ມີ​ຜູ້​ຄົນ​ອັ່ງ​ອໍ​ກັນ​ເຕັມ​ຢູ່ແຫ່ງ​ນຶ່ງ​ ໃນ​ເມືອງ Pa
rachinar ໃນ​ປະມານເວລາທີ່ ຜູ້ຄົນ​ພາກັນ​ທໍາ​ການ​ສວດ​ມົນ​ພາວະນາ​ໃນ​ວັນ​ສຸກ​ຜ່ານ​
ມາ​ນີ້. ການລະເບີດ​ດັ່ງກ່າວ​ຍັງ​ໄດ້​ເຮັດ​ໃຫ້​ມີ​ຜູ້ໄດ້​ຮັບ​ບາດ​ເຈັບ ​ຫລາຍ​ກວ່າ 60 ຄົນ​ແລະ
ທໍາລາຍ​ຮ້ານ​ຄ້າ​ຫລາຍ​ຫລັງ. ລາຍ​ງານ​ທ້ອງ​ຖິ່ນ​ກ່າວ​ວ່າ ການວາງ​ລະ​ເບີດ​ນີ້​ແມ່ນ​ແນ
ເປົ້າ​ໝາຍ​ໃສ່​ພວກ​ຊາວ​ມຸສລິ​ມນິກາຍ​ Shi’ite.

ພວກ​ປະຊາຊົນ​ໃນ​ທ້ອງ​ຖິ່ນ​ກ່າວ​ວ່າ ​ໃນ​ເວລາ​ຕໍ່​ມາ ຕໍາຫລວດ​ໄດ້​ຍິງປະຊາຊົນ​ຕາຍ​ຕື່ມ
ອີກ ຢ່າງ​ໜ້ອຍ 3 ຄົນ​ທີ່​ພາກັນ​ອອກ​ເດີນ​ຂະ​ບວນ​ເພື່ອ​ທໍາ​ການ​ປະ​ທ້ວງ​ຕໍ່​ການ​ໂຈມ​ຕີ
ດັ່ງກ່າວ. ​ໄດ້​ມີ​ການ​ຫ້າມ​ຄົນອອກສັນຈອນ​ໄປມາ​ໃນ​ຍາມ​ກາງຄືນ​ຢູ່ໃນ​ເມືອງ​ດັ່ງກ່າວໃກ້
ກັບຊາຍ​ແດນອັຟກາ​ນິສຖານ​ນັ້ນ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ມີ​ການ​ປະ​ທ້ວງ​ຕື່ມ​ອີກ.

ກຸ່ມ​ຕາ​ລີ​ບັນ​ທ້ອງ​ຖິ່ນທີ່​ນ້ອຍໆ​ກຸ່ມ​ນຶ່ງ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບໃນ​ການ​ໂຈມ​ຕີ​ດັ່ງ
ກ່າວ ອິງ​ຕາມ​ຄໍາ​ເວົ້າ​ຂອງ​ນາຍ Fazal Saeed ທີ່​ກ່າວ​ວ່າ ລາວ​ເປັນ​ຫົວ​ໜ້າ​ກຸ່ມ​ຕາ​ລີ​
ບັນ​ນ້ອຍໆ​ກຸ່ມ​ນີ້. ​ໃນ​ການ​ກ່າວກັບບັນດາ​ນັກ​ຂ່າວ​ທາງ​ໂທລະສັບ ນາຍ Saeed ກ່າວ
ວ່າການ​ໂຈມ​ຕີ​ຄັ້ງ​ນີ້​ແມ່ນເປັນການ​ແກ້​ແຄ້ນຕໍ່​ການ​ໂຈມ​ຕີ​ຂອງພວກ​ນິກາຍ Shi’ite ຫລາຍ
ບັ້ນ​ຕໍ່​ຊາວ​ມຸສລິ​ມນິກາຍ​ຊຸນ​ນີ​ໃນ​ຂົງ​ເຂດ​ນັ້ນ.

ເຂດ​ຊົນ​ເຜົ່າ Kurram ​ເປັນ​ເຂດຢູ່​ອາ​ໃສທີ່​ໃຫຍ່​ສົມຄວນ​ຂອງ​ພົນລະ​ເມືອງນິກາຍ
Shi’ite ​ ​ປະ​ເທດ​ທີ່​ຄອບ​ງໍາ​ໂດຍ​ຊາວ​ມຸສລິ​ມນິກາຍ​ຊຸນ​ນີນັ້ນ. ຂົງ​ເຂດ​ດັ່ງກ່າວ​ໄດ້​ເປັນ​
ບ່ອນ​ທີ່​ມີ​ການ​ໂຈມ​ຕີ​ສະລະ​ຊີບແລະ​ຄວາມ​ວຸ້ນວາຍ​ທາງ​ສາສະໜາ​ອື່ນໆ ສ່ວນ​ໃຫຍ່
ແມ່ນ​ກໍ່ຂຶ້ນໂດຍ​ພວກນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ​ມຸສລິ​ມນິກາຍ​ຊຸນ​ນີ ຮວມທັງ​ພວກຕາ​ລີ​ບັນ
ແລະ​ເຄືອ​ຂ່າ​ຍ al-Qaida ນັ້ນ.

XS
SM
MD
LG