ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

15 ຄົນເສຍຊີວິດ ໃນເຫດລະເບີດທີ່ປາກິສຖານ


ລະເບີດແຕກ ທໍາລາຍລົດຕູ້ນ້ອຍຄັນນຶ່ງ ໃນພາກຕາເວັນຕົກສຽງເໜືອ
ຂອງປາກິສຖານ, ວັນທີ 17 ມັງກອນ 2011.
ລະເບີດແຕກ ທໍາລາຍລົດຕູ້ນ້ອຍຄັນນຶ່ງ ໃນພາກຕາເວັນຕົກສຽງເໜືອ ຂອງປາກິສຖານ, ວັນທີ 17 ມັງກອນ 2011.

ບັນດາ​ເຈົ້າ​ໜ້າ​ທີ່ປາ​ກິ​ສຖານ ກ່າວ​ວ່າ ລະ​ເບີດ​ລູກ​ນຶ່ງ​ໄດ້
ທໍາລາຍ​ລົດ​ຕູ້​ນ້ອຍ​ຄັນ​ນຶ່ງ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​
ຂອງປະ​ເທດ ​ເຮັດ​ໃຫ້​ປະຊາຊົນ​ເສຍ​ຊີວິດ​ໄປຢ່າງ​ນ້ອຍ
15 ຄົນ.

ທາງ​ການ​ປາ​ກິ​ສຖານ​ກ່າວ​ວ່າ ​ເຫດລະ​ເບີດ​ດັ່ງກ່າວ​ໄດ້​
ເກີດ​ຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້ ​ໃກ້ໆ ກັບ​ເມືອງ Hangu ທີ່ມັກ​
ປະສົບ​ກັບ​ຄວາມ​ວຸ້ນວາຍນັ້ນ.

ບາງ​ລາຍ​ງານ​ເວົ້າ​ວ່າ ​ເຫດລະ​ເບີດ​ໄດ້​ເຮັດ​ໃຫ້​ປະຊາຊົນ ​ເສຍ​ຊີວິດ​ໄປ 18 ຄົນ.

ສໍານັກງານ​ຂ່າວ​ຝຣັ່ງລາຍ​ງານ​ວ່າ ຕໍາຫລວດ​ເວົ້າ​ວ່າ ວັດຖຸ
ລະ​ເບີດ​ນໍ້າໜັກ​ປະມານ 10 ກິ​ໂລກຣາມ ​ໄດ້​ຖືກ​ຫ້າງ​ໄວ້​
ໃນ​ລົດ​ຕູ້​ຄັນ​ດັ່ງກ່າວ. ບໍ່​ມີ​ໃຜ ຫລື​ກຸ່ມ​ໃດ​ອ້າງ​ເອົາຄວາມ ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້.

XS
SM
MD
LG