ພວກເຈົ້າໜ້າທີ່ຢູ່ໃນພາກຕາເວັນຕົກສຽງເໜືອຂອງປາກິສຖານເວົ້າວ່າ ລະເບີດລູກນຶ່ງ ໄດ້ແຕກຂຶ້ນຢູ່ຕະຫລາດທີ່ແອອັດແຫ່ງນຶ່ງ ຊຶ່ງໄດ້ສັງຫານຢ່າງໜ້ອຍ 8 ຄົນ.
ເຫດການລະເບີດດັ່ງກ່າວໄດ້ເກີດຂຶ້ນໃນວັນພະຫັດມື້ນີ້ ຢູ່ໃນເຂດ Salarzai ຊຶ່ງເປັນ
ເຂດນຶ່ງ ຢູ່ໃນເມືອງຂອງພວກຊົນເຜົ່າ Bajur ໃກ້ກັບຊາຍແດນອັຟການິສຖານ.
ເຈົ້າໜ້າທີ່ກ່າວວ່າ ມີເດັກນ້ອຍ 2 ຄົນລວມຢູ່ໃນພວກທີ່ເສຍຊີວິດ ແລະຢ່າງໜ້ອຍ 20
ໄດ້ຮັບບາດເຈັບ ໃນການໂຈມຕີຄັ້ງນີ້ ທີ່ໄດ້ທໍາລາຍຮ້ານຄ້າແລະລົດລາທີ່ຢູ່ໃກ້ໆນັ້ນ.
ຍັງບໍ່ມີກຸ່ມໃດອ້າງເອົາຄວາມຮັບຜິດຊອບ ໃນທັນທີນີ້ເທື່ອ ແຕ່ພວກຕາລີບັນໃນປາ
ກິສຖານ ມີປະຫວັດໃນການທໍາການໂຈມຕີມາແລ້ວຫລາຍຄັ້ງ ຢູ່ໃນເຂດດັ່ງກ່າວ.
ທາງກອງທັບປາກິສຖານກໍໄດ້ປະຕິບັດງານ ຕໍ່ຕ້ານພວກຫົວຕໍ່ສູ້ຢູ່ໃນເຂດ Bajaur ມາແລ້ວຫລາຍຄັ້ງ ເຊ່ນກັນ.