ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ມືປືນ ສັງຫານ ຕໍາຫລວດ ປາກິສຖານ 9 ຄົນ


ພວກຕໍາຫລວດ ແລະນັກກູ້ໄພ ໄປກວດເບິ່ງສະພາບການ ຫລັງມືປືນກຸ່ມນຶ່ງໄດ້ສັງຫານເຈົ້າໜ້າຕໍາຫລວດ 9 ຄົນ ທີ່ຄ້າຍພັກເຊົາຂອງກຳລັງ ຮັກສາຄວາມສະຫງົບ ຢູ່ເມືອງ Lahore ໃນວັນທີ 12 ກໍລະກົດ, 2012.
ພວກຕໍາຫລວດ ແລະນັກກູ້ໄພ ໄປກວດເບິ່ງສະພາບການ ຫລັງມືປືນກຸ່ມນຶ່ງໄດ້ສັງຫານເຈົ້າໜ້າຕໍາຫລວດ 9 ຄົນ ທີ່ຄ້າຍພັກເຊົາຂອງກຳລັງ ຮັກສາຄວາມສະຫງົບ ຢູ່ເມືອງ Lahore ໃນວັນທີ 12 ກໍລະກົດ, 2012.

ມື​ປືນ​ກຸ່ມ​ນຶ່ງໄດ້​ສັງຫານເຈົ້າ​ໜ້າທີ່ຕໍາຫລວດ 9 ຄົນ ທີ່ຄ້າຍພັກ​ເຊົາ​ຂອງກຳລັງຮັກສາ
ຄວາມສະຫງົບ ທາງພາກຕາເວັນອອກຂອງປາກິສຖານ ຊຶ່ງເປັນການໂຈມຕີທີ່ຮ້າຍ​ແຮງ
ຄັ້ງທີ່ສອງ ທີ່ກຸ່ມຕາລີບານຂອງປາກິສຖານຢູ່ໃນເຂດດັ່ງກ່າວ ໄດ້ອ້າງເອົາຄວາມຮັບ
ຜິດຊອບ ໃນໝໍ່ໆມານີ້.

ຕໍາຫລວດເວົ້າວ່າ ພວກມືປືນຂີ່ລົດຈັກບຸກເຂົ້າໄປໃນຄ້າຍພັກ​ເຊົາດັ່ງກ່າວ ໃນຕອນເຊົ້າໆ
ຂອງວັນພະຫັດມື້ນີ້ ຢູ່ໃນນະຄອນ Lahore ແລ້ວເປີດສາກຍິງປືນ ໃສ່ຄ້າຍດັ່ງກ່າວ.​

​ຢ່າງໜ້ອຍມີຕໍາ​ຫຼວດ 3 ຄົນ​ໄດ້​ຮັບບາດເຈັບ. ຜູ້ໄດ້ຮັບເຄາະຮ້າຍ​ເຫຼົ່ານີ້ ກໍາລັງໄດ້ຮັບການ ຝຶກອົບຮົມວິຊາຕໍາຫລວດຢູ່ ແລະ ໄດ້ຖືກ​ເກັບ​ເກນມາເຂົ້າຕໍາຫລວດຈາກແຂວງ Khyber
-Pakhtunkhwa ໃນ ພາກຕາເວັນຕົກສຽງເໜືອຂອງປາກິສຖານ ທີ່ຢູ່ໃກ້ກັບຊາຍແດນ ອັຟການິສຖານ.

ປາກິສຖານກໍາລັງຕໍ່ສູ້ກັບກຸ່ມອິສລາມຫົວຮຸນແຮງ ຢູ່ໃນເຂດຕາເວັນຕົກສຽງ ເໜືອຂອງປະເທດ.

ໃນວັນຈັນຜ່ານມານີ້ ພວກມື​ປືນກໍ່​ໄດ້​ສັງຫານເຈົ້າ​ໜ້າ​ທີ່ຮັກສາ​ຄວາມ​ປອດ​ໄພ 7 ຄົນ ທີ່​ ຄ້າຍທະຫານ​ແ​ຫ່ງນຶ່ງ​ ໃນພາກຕາເວັນອອກຂອງປາ​ກິ​ສຖານ.

XS
SM
MD
LG