ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມືປືນໄດ້ສັງຫານຢ່າງນ້ອຍ 13 ຄົນ ໃນປາກີສຖານ


ເຫດຮ້າຍຕໍ່ພວກທີ່ນັບຖືສາສະໜາອິສລາມນິກາຍຊີໄອທ໌
ເຫດຮ້າຍຕໍ່ພວກທີ່ນັບຖືສາສະໜາອິສລາມນິກາຍຊີໄອທ໌

ຕໍາຫຼວດປາກີສຖານກ່າວວ່າ ມືປືນໄດ້ສັງຫານຢ່າງນ້ອຍ 13 ຄົນໃນຕອນເຊົ້າຂອງ
ອັງຄານມື້ນີ້ ໃນອັນທີ່ປາກົດວ່າເປັນການໂຈມຕີພວກຜູ້ໂດຍສານຂອງລົດເມ ທີ່ບັນທຸກ
ພວກທີ່ນັບຖືສາສະໜາອິສລາມນິກາຍຊີໄອທ໌ໃກ້ໆເມືອງ Quetta ໃນພາກຕາເວັນຕົກ
ສຽງໃຕ້ຂອງປະເທດນັ້ນ.

ຕໍາຫຼວດກ່າວວ່າ ມືປືນທີ່ບໍ່ຊາບຝ່າຍທີ່ຂີ່ລົດຈັກມາໄດ້ດັກສະກັດໂຈມຕີລົດເມ ໂດຍສັ່ງ
ໃຫ້ຜູ້ໂດຍສານມາຢືນລຽນກັນເປັນແຖວແລ້ວກໍຍິງປືນກາດໃສ່. ນອກນັ້ນຍັງມີອີກ
ຢ່າງນ້ອຍ 6 ຄົນ ໄດ້ຮັບບາດເຈັບໃນການໂຈມຕີຄັ້ງນີ້.

ເຈົ້າໜ້າທີ່ກ່າວວ່າ ຢ່າງນ້ອຍ 12 ຄົນທີ່ຖືກສັງຫານນັ້ນແມ່ນຊາວມຸສລິມ ນິກາຍ
Shi'ite ຊຶ່ງສ່ວນໃຫຍ່ແມ່ນມາຈາກປະຊາຄົມຊົນເຜົ່າ Hazara ນັ້ນ.

ຍັງບໍ່ທັນມີກຸ່ມໃດອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີຄັ້ງນີ້ເທື່ອຊຶ່ງເກີດຂຶ້ນ
ຢູ່ເຂດຊານເມືອງຂອງເມືອງ Quetta ເມືອງຫຼວງຂອງແຂວງ Baluchistan ທີ່ອຸດົມ
ສົມບູນໄປດ້ວຍນໍ້າມັນທາງພາກຕາເວັນຕົກສຽງໃຕ້ຂອງປະເທດ ທີ່ມີເຂດຊາຍແດນ
ຕິດກັບ Iran ແລະ Afghanistan ນັ້ນ.

ເມື່ອໄວໆມານີ້ຂົງເຂດດັ່ງກ່າວໄດ້ມີການໂຈມຕີເພີ່ມຂຶ້ນ ຕໍ່ຊາວມຸສລິມນິກາຍ Shi'ite
ຊຶ່ງເປັນຊົນກຸ່ມນ້ອຍ ໂດຍພວກຫົວຮຸນແຮງຊາວມຸສລິມນິກາຍ Sunni ທີ່ຈົງຮັກພັກດີ
ຕໍ່ກຸ່ມກໍ່ການຮ້າຍ al-Qaida ແລະພວກ Taliban.

ລຸນຫຼັງການໂຈມຕີໃນວັນອັງຄານມື້ນີ້​ ຊາວ Shi'ite ກຸ່ມນຶ່ງໄດ້ພາກັນປະທ້ວງຢູ່ຕໍ່ໜ້າ
ໂຮງພະຍາບານ ບ່ອນທີ່ພວກເຄາະຮ້າຍພວມຮັບການປິ່ນປົວ ໂດຍທີ່​ພວກເຂົາໄດ້ຈູດ
ເຜົາລົດເມຄັນນຶ່ງທີ່ໃຊ້ໃນການຂົນສົ່ງພວກບາດເຈັບ ຫຼັງຈາກທີ່ຂົນຄົນອອກໝົດແລ້ວນັ້ນ.
ພວກປະທ້ວງຍັງໄດ້ຮ້ອງຮຽນໃຫ້ລັດຖະບານປາກີສຖານ ປົກປ້ອງຄຸ້ມຄອງພວກນັບຖື
ສາສະໜາແລະຊົນເຜົາກຸ່ມນ້ອຍນຳດ້ວຍ.

XS
SM
MD
LG