ທາງການປາກີສຖານກ່າວວ່າ ຈໍານວນຄົນເສຍຊີວິດໃນ
ການໂຈມຕີໂດຍຍົນທີ່ບໍ່ມີຄົນຂັບຂອງສະຫະລັດ ໃນເຂດ
ຊົນເຜົ່າ ທາງພາກຕາເວັນຕົກສຽງເໜືອຂອງປາກີສຖານນັ້ນ
ໄດ້ເພີ່ມຂື້ນເປັນຢ່າງໜ້ອຍ 15 ຄົນແລ້ວ ຊຶ່ງເປັນພວກຫົວຕໍ່ ສູ້ຕາລີບານທັງໝົດ.
ເຈົ້າໜ້າທີ່ເວົ້າວ່າ ລູກສອນໄຟຫົກລູກໄດ້ຍິງຖືກລົດສອງຄັນ
ໃນເຂດ Waziristan ເໜືອ ເລາະຕາມຊາຍແດນຕິດກັບ
ອັຟການີສຖານນັ້ນ ແລະວ່າ ການໂຈມຕີບັ້ັນດັ່ງກ່າວແມ່ນ
ເກີດຂື້ນໃນເຂດເມືອງ Mir Ali ບ່ອນທີ່ມີພວກຫົວຮຸນແຮງ ລວມຕົວກັນຢູ່ຢ່າງໜາແໜ້ນ.
ຕາມນະໂຍບາຍແລ້ວ ສະຫະລັດບໍ່ຢືນຢັນການໂຈມຕີໂດຍ
ເຮືອບິນທີ່ບໍ່ມີຄົນຂັບຂອງຕົນ ແຕ່ກໍາລັງທະຫານຂອງສະຫະ
ລັດ ທີ່ປະຕິບັດການຢູ່ໃນອັຟການີສຖານ ເປັນພຽງກໍາລັງ ດຽວເທົ່ານັ້ນ ທີ່ໃຊ້ເຮືອບິນບໍ່ມີຄົນຂັບ ໃນຂົງເຂດນັ້ນ.
ໃນແຫ່ງອື່ນໆໃນເຂດຕາເວັນຕົກສຽງເໜືອຂອງປາກີສຖານນັ້ນ ອົງການໂຄງການອາຫານ
ໂລກ ໄດ້ໂຈ໊ະການແຈກຢາຍອາຫານໃນເຂດພວກຊົນເຜົ່າ ບ່ອນທີ່ມືລະເບີດສະລະຊີບຄົນນຶ່ງ
ໄດ້ສັງຫານຢ່າງໜ້ອຍ 45 ຄົນ ຊຶ່ງໂຮມທັງພວກເດັກນ້ອຍຢູ່ໃກ້ໆສູນກາງແຈກຢາຍອາຫານ
ຂອງໂຄງການອາຫານໂລກນັ້ນ.