ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ກ່າວ
ປະນາມການໂຈມຕີສະລະຊີບ ຕໍ່ພວກສະມາຊິກຂອງຊົນ
ເຜົ່ານຶ່ງທີ່ຕໍ່ຕ້ານພວກຕາລີບານ ໃນພາກຕາເວັນຕົກສຽງ ເໜືອຂອງປາກິສຖານນັ້ນ.
ການໂຈມຕີດັ່ງກ່າວໄດ້ມີຂຶ້ນໃນວັນເສົາວານນີ້ ໃນເຂດເມືອງ Bajur ຂອງປາກິສຖານ ສົ່ງຜົນໃຫ້ມີຄົນຕາຍຢ່າງນ້ອຍ 45 ຄົນແລະ 100 ກ່ວາຄົນໄດ້ຮັບບາດເຈັບ ຊຶ່ງໃນນັ້ນມີໂຮມທັງເດັກນ້ອຍນໍາ.
ຄົນວາງລະເບີດສະລະຊີບ ທີ່ເປັນແມ່ຍິງນຸ່ງຊຸດ burqa ທີ່ເປັນຜ້າຄຸມໝົດໂຕ ປົກປິດລະເບີດທີ່ມັດໃສ່ກັບໂຕນັ້ນ ໄດ້ແກວ່ງລະເບີດມືເຂົ້າໃສ່ສູນກາງແຈກຢາຍອາຫານຂອງອົງ ການອາຫານໂລກ ແລ້ວກໍແລ່ນເຂົ້າໃສ່ຝຸງຊົນທີ່ຢືນລໍຖ້າ ຮັບເອົາອາຫານ ແລ້ວກໍລະເບີດຕົນເອງຂຶ້ນ.
ທ່ານໂອບາມາກ່າວວ່າ ການໂຈມຕີທີ່ພາໃຫ້ມີຄົນເສຍຊີວິດຢູ່ສູນກາງແຈກຢາຍອາຫານນັ້ນ ແມ່ນເປັນການດູຖູກດູໝິ່ນຕໍ່ປະຊາຊົນປາກິສຖານ ແລະຕໍ່ມະນຸດຊາດທັງໝົດ. ນາຍົກລັດຖະ ມົນຕີປາກິສຖານ ທ່ານ Yusuf Raza Gilani ຕະຫລອດທັງປະທານາທິບໍດີອັຟການິສ ຖານ ທ່ານ Hamid Karai ແລະເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Ban Ki-moon ກໍໄດ້ກ່າວປະນາມການໂຈມຕີດັ່ງກ່າວເຊ່ນກັນ.