ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອບິນບໍ່ມີຄົນຂັບ ໂຈມຕີພວກກະບົດ ໃນປາກີສຖານອີກ


ເຮືອບິນບໍ່ມີຄົນຂັບ ໂຈມຕີພວກກະບົດ ໃນປາກີສຖານອີກ
ເຮືອບິນບໍ່ມີຄົນຂັບ ໂຈມຕີພວກກະບົດ ໃນປາກີສຖານອີກ

ພວກເຈົ້າໜ້າທີ່ສືບລັບຂອງປາກິສຖານກ່າວວ່າ ການໂຈມຕີ
2 ຄັ້ງທີ່ສົງໄສວ່າ ມາຈາກເຮືອບິນບໍ່ມີຄົນຂັບຂອງສະຫະ
ລັດ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 6 ຄົນຢູ່ໃນເຂດຊົນ
ເຜົ່າທາງພາກຕາເວັນຕົກສຽງເໜືອຂອງປະເທດ.

ພວກເຈົ້າໜ້າທີ່ເວົ້າວ່າ ການໂຈມຕີຄັ້ງທຳອິດໃນວັນອັງຄານ
ມື້ນີ້ແມ່ນໄດ້ຖືກເຮືອນຫຼັງນຶ່ງໃນເຂດ Waziristan ເໜືອ
ໂດຍໄດ້ສັງຫານພວກຫົວຮຸນແຮງຢ່າງນ້ອຍ 4 ຄົນ.

ບໍ່ດົນໃນເວລາຕໍ່ມາ ພວກເຈົ້າໜ້າທີ່ເວົ້າວ່າ ການໂຈມຕີ
ເທື່ອທີ 2 ກໍໄດ້ມີຂຶ້ນໃນບໍລິເວນດຽວກັນ ເຮັດໃຫ້ມີຜູ້ເສຍ
ຊີວິດຕື່ມອີກຢ່າງນ້ອຍ 2 ຄົນ.

ການໂຈມຕີໃນວັນອັງຄານມື້ນີ້ໄດ້ມີຂຶ້ນ ລຸນຫຼັງການໂຈມຕີ
ແບບດຽວກັນໃນມື້ວານນີ້ ທີ່ເຈົ້າໜ້າທີ່ເວົ້າວ່າ ໄດ້ສັງຫານ
ພວກກະບົດ 18 ຄົນນັ້ນ.

ໃນປີນີ້ ໄດ້ມີການໂຈມຕີທີ່ສົງໄສວ່າມາຈາກເຮືອບິນບໍ່ມີຄົນຂັບຂອງສະຫະລັດປະມານ 100
ເທື່ອ ຢູ່ໃນບໍລິເວນຊາຍແດນຂອງປາກິສຖານເພີ່ມຂຶ້ນ ເປັນຫຼາຍກວ່າ 2 ເທົ່າ ຈາກໂຕເລກ ການໂຈມຕີໃນປີກາຍນີ້.

XS
SM
MD
LG