ໃນອີກຂ່າວນຶ່ງນັ້ນ ບັນດາເຈົ້າໜ້າທີ່ໃນເຂດຕາເວັນຕົກສຽງເໜືອຂອງປາກີສຖານກ່າວວ່າ ພວກທີ່ສົງໃສວ່າເປັນພວກຫົວຮຸນແຮງໄດ້ຍິງຈະຫລວດໂຈມຕີຄ້າຍທະຫານແຫ່ງນຶ່ງ ຍັງຜົນ
ໃຫ້ທະຫານເສຍຊີວິດ 3 ຄົນ ແລະ ບາດເຈັບອີກຢ່າງໜ້ອຍ 23 ຄົນ.
ພວກເຈົ້າໜ້າທີ່ປາກີສຖານກ່າວວ່າ ຈະຫລວດຫລາຍລູກໄດ້ຕົກລົງໃສ່ຄ້າຍທະຫານແຫ່ງ
ນຶ່ງໃນເມືອງ Miranshah ເມືອງໃຫຍ່ໃນເຂດຊົນເຜົ່າ ທີ່ວຸ້ນວາຍຂອງແຂວງ Waziristan
ເໜືອ ໃນຂະນະທີ່ພິທີສະເຫລີມສະຫລອງວັນເອກະລາດ ກໍາລັງດໍາເນີນໄປຢູ່.
ນອກນີ້ແລ້ວ ໃນວັນອາທິດມື້ນີ້ຄືກັນ ພວກເຈົ້າໜ້າທີ່ໃນເຂດຕາເວັນຕົກສຽງໃຕ້ຂອງປາກີສ
ຖານກ່າວວ່າ ໄດ້ມີການວາງລະເບີດໂຮງແຮມສອງຊັ້ນແຫ່ງນຶ່ງ ທີ່ໄດ້ເຮັດໃຫ້ຕຶກໂຮງແຮມ
ພັງລົງ ແລະເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 3 ຄົນ ພວກເຈົ້າໜ້າທີ່ກ່າວວ່າ ມີຜູ້ບາດເຈັບ
ຢ່າງໜ້ອຍ 17 ຄົນ ໃນເຫດວາງລະເບີດໂຮງແຮມ ທີ່ແຂວງ Baluchistan ນັ້ນ.
ພວກຕໍາຫລວດຢ້ານວ່າ ຈໍານວນຜູ້ເສຍຊີວິດອາດມີຫລາຍເພີ່ມຂຶ້ນ ເພາະເຊື່ອວ່າຍັງມີອີກ
ຫລາຍໆຄົນ ທີ່ຖືກທັບຢູ່ພາຍໃຕ້ຊາກຫັກພັງຂອງໂຮງແຮມນັ້ນ.
ເວລານີ້ຍັງບໍ່ໃຜອ້າງເອົາຄວາມຮັບຜິດຊອບຕໍ່ເຫດການໂຈມຕີນີ້ເທື່ອ.