ລັດຖະມົນຕີກະຊວງການຕ່າງປະເທດຂອງປາກິສຖານກ່າວໃນວັນພະຫັດວານນີ້ວ່າ ສາຍພົວພັນລະຫວ່າງອິສລາມາບັດ ກັບວໍຊິງຕັນ ກຳລັງໄດ້ຮັບການປັບປຸງ ໃຫ້ດີຂຶ້ນ ແລະທ່ານມີຄວາມຫວັງວ່າຈະມີຄວາມກ້າວໜ້າໃນບັນຫາສຳຄັນຕ່າງໆຢູ່ໃນຂົງເຂດ.
"ຂ້າພະເຈົ້າຄິດວ່າ ປີກາຍນີ້ ນັບຕັ້ງແຕ່ລັດຖະບານຊຸດປັດຈຸບັນເຂົ້າມາປະຕິບັດວຽກງານ, ໄດ້ມີການຕັ້ງຕົ້ນຄືນໃໝ່ ແລະບັນຫາຕ່າງໆໄດ້ຮັບການປັບປຸງໃຫ້ດີຂຶ້ນ," ນັ້ນຄືຄຳເວົ້າຂອງທ່ານຊາ ມາມູດ ຄູແຣສຊີ (Shah Mahmood Qureshi) ທີ່ໝາຍເຖິງລັດຖະບານຂອງນາຍົກລັດຖະມົນຕີອິມຣານ ຄານ (Imran Khan), ທີ່ໄດ້ສາບານເຂົ້າຮັບຕຳແໜ່ງໃນເດືອນສິງຫາຜ່ານມາ. "ໄດ້ມີການພົວພັນກັນຫລາຍຂຶ້ນຢູ່ໃນການນຳລະດັບສູງສຸດ; ພວກເຮົາມີກອງປະຊຸມທີ່ດີຫລາຍ ສອງຄັ້ງແລ້ວ ກັບປະທານາທິບໍດີທຣຳ.”
ນາຍົກລັດຖະມົນຕີຄານ ໄດ້ພົບກັບປະທານາທິບໍດີດໍໂນລ ທຣຳ ໃນວັນຈັນຜ່ານມາ ຢູ່ນອກກອງປະຊຸມ ຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ. ພວກເພິ່ນເຄີຍໄດ້ພົບກັນມາກ່ອນ ຢູ່ໃນທຳນຽບຂາວໃນເດືອນກໍລະກົດຜ່ານມາ.
"ຂ້າພະເຈົ້າມີສາຍພົວພັນທີ່ດີຫລາຍກັບນາຍົກລັດຖະມົນຕີຄານ,” ນັ້ນຄືຄຳເວົ້າຂອງປະທານາທິບໍດີທຣຳ ກ່າວຕໍ່ພວກນັກຂ່າວກ່ອນກອງປະຊຸມຂອງພວກເພິ່ນໃນວັນຈັນຜ່ານມາ. ທ່ານກ່າວເພີ້ມອີກວ່າ ທ່ານເຊື່ອໃຈທ່ານຄານ ແລະທ່ານກໍມີຄວາມຮູ້ສຶກ “ໃນແງ່ດີ” ກ່ຽວກັບປາກິສຖານ.
ທ່ານບໍ່ເຄີຍໄດ້ສະແດງຄຳເຫັນອອກແບບຈົບງາມເຊັ່ນນັ້ນຢ່າງສະເໝີຕົ້ນສະເໝີປາຍໃນຜ່ານມາ, ທ່ານຕຳໜິລັດຖະບານຊຸດກ່ອນຢູ່ໃນທວີດເຕີທີ່ຂຽນໃນເດືອນມັງກອນປີ 2018 ໂດຍເວົ້າວ່າລັດຖະບານດັ່ງກ່າວ “ບໍ່ໄດ້ເອົາຫຍັງ” ໃຫ້ແກ່ສະຫະລັດ "ນອກຈາກຄວາມຂີ້ຕົວະ ແລະຫລອກລວງ, ຄິດວ່າບັນດາຜູ້ນຳຂອງພວກເຮົາເປັນຄົນໂງ່". ທ່ານໄດ້ຕັດເງິນຊ່ວຍເຫລືອດ້ານການຮັກສາຄວາມໝັ້ນຄົງແກ່ປະເທດດັ່ງກ່າວລົງຫລາຍລ້ານໂດລາ ໃນປີກາຍນີ້ ໂດຍເວົ້າວ່າ ອິສລາມາບັດ ບໍ່ໄດ້ປະຕິບັດການຢ່າງພຽງພໍ ໃນການຕ້ານ ກັບພວກກໍ່ຄວາມຮຸນແຮງ ຢູ່ໃນເຂດຊາຍແດນຕິດກັບອັຟການິສຖານ.
"ພວກເຮົາໄດ້ປະຕິບັດງານຮ່ວມກັບເຂົາເຈົ້າຢ່າງໃກ້ຊິດ ເພື່ອຜັກດັນໃຫ້ມີການດຳເນີນຂັ້ນຕອນສັນຕິພາບໃນອັຟການິສຖານ," ນັ້ນຄືຄຳເວົ້າຂອງລັດຖະມົນຕີກະຊວງການຕ່າງປະເທດຄູແຣສຊີ (Qureshi) ທີ່ກ່າວຕໍ່ວີໂອເອກ່ຽວກັບລັດຖະບານທ່ານທຣຳ. ອີກດ້ານນຶ່ງທີ່ອາດຈະຮ່ວມມືກັນໄດ້ກໍຄືດ້ານການຄ້າ.
ປະທານາທິບໍດີທຣຳກ່າວໃນວັນຈັນຜ່ານມາວ່າ "ແລະການຄ້າ, ຂ້າພະເຈົ້າຄິດວ່າ ອາດຈະເປັນເລື້ອງນຶ່ງທີ່ນອນຢູ່ໃນເລື້ອງທີ່ສຳຄັນທີ່ສຸດ.” ທ່ານກ່າວອີກວ່າ “ພວກເຮົາຈະເພີ້ມການພົວພັນທາງການຄ້າຂຶ້ນກັບປາກິສຖານໃນຂອບເຂດທີ່ໃຫຍ່ທີ່ສຸດ."
ເນື່ອງຈາກວ່າ ເຄີຍເສຍການຊ່ວຍເຫລືອທາງການເງິນໄປ ສະນັ້ນທ່ານ ຄູແຣສຊີ (Qureshi) ມີຄວາມຫວັງໃນແງ່ດີ ຢ່າງລະມັດລະວັງໄວ້.