ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປາກິສຖານກັງວົນ ກ່ຽວກັບການແຊກຊຶມ ຂອງພວກຫົວຮຸນແຮງ


ທະຫານປາກິສຖານ ທີ່ປະຈຳການຢູ່ໃນເຂດຊົນເຜົ່າ Waziristan ເໜືອ
ທະຫານປາກິສຖານ ທີ່ປະຈຳການຢູ່ໃນເຂດຊົນເຜົ່າ Waziristan ເໜືອ

ໜັງສືພິມທີ່ສຳຄັນຂອງສະຫະລັດສະບັບນຶ່ງ ລາຍງານວ່າ
ເຈົ້າໜ້າທີ່ອະວຸໂສໃນກອງທັບປາກິສຖານ ມີຄວາມວິຕົກ
ກັງວົນເພີ່ມຂຶ້ນກ່ຽວກັບການແຊກຊຶມເຂົ້າໄປໃນຖັນແຖວ
ຂອງພວກເຂົາເຈົ້າໂດຍພວກມຸສລິມທີ່ໃຫ້ການຊ່ອຍເຫຼືອ
ແກ່ພວກຫົວຮຸນແຮງ ໃນການເຮັດສົງຄາມຕໍ່ຕ້ານລັດຖະ
ບານນັ້ນ.

ໜັງສືພິມ Washington Post ລາຍງານໃນຕອນແລງ
ຂອງວັນສຸກວານນີ້ວ່າ ພວກທີ່ມີຄວາມວິຕົກກັງວົນ ໄດ້
ເພີ່ມຂຶ້ນຢ່າງຫຼວງຫຼາຍ ນັບແຕ່ໜ່ວຍກ້າຕາຍສະຫະລັດ
ໄດ້ສັງຫານຜູ້ນຳກຸ່ມກໍ່ການຮ້າຍອາລກາຍດານາຍ Osa-
ma bin-Laden ໃນການບຸກເຂົ້າໄປໂຈມຕີແບບລັບໆຢູ່
ໃນປາກິສຖານໃນຕົ້ນເດືອນນີ້.

ໜັງສືພິມດັ່ງກ່າວເວົ້າຕື່ມວ່າ ຜູ້ບັນຊາການສູງສຸດຂອງ
ກອງທັບປາກິສຖານນາຍພົນ Ashfag Kayani ໄດ້ຕື່ນ
ຕົກໃຈເມື່ອຮູ້ເລື່ອງວ່າ ນາຍ bin-Laden ພັກ ເຊົາຢູ່ໃກ້ໆ
ກັບ ສະຖາບັນການສຶກສາທະຫານທີ່ມີຊື່ສຽງຂອງປາ
ກິສຖານ.

ໃນມື້ວັນສຸກວານນີ້ ລັດຖະມົນຕີການຕ່າງປະເທດສະຫະລັດທ່ານນາງ Hillary Clin-
ton ໄດ້ເດີນທາງໄປຢ້ຽມຢາມ ນະຄອນຫຼວງອິສລາມາບັດ ແບບບໍ່ມີການປະກາດໃຫ້
ຊາບລ່ວງໜ້າບ່ອນທີ່ທ່ານນາງໄດ້ພົບປະກັບປະທານາທິບໍດີປາກິສຖານ ນາຍົກລັດຖະ
ມົນຕີແລະເຈົ້າໜ້າທີ່ອະວຸໂສຄົນອື່ນໆ.

ທ່ານນາງກ່າວວ່າ ສະຫະລັດບໍ່ມີເຫດຜົນໃດໆທີ່ຈະເຊື່ອວ່າ ມີເຈົ້າໜ້າທີ່ຄົນໃດຄົນນຶ່ງ ໃນລະດັບສູງສຸດຂອງລັດຖະບານປາກິສຖານຮູ້ວ່ານາຍ bin-Laden ຢູ່ທີ່ນັ້ນ. ແຕ່ແນວ
ໃດກໍຕາມທ່ານນາງ Clinton ກ່າວວ່າ ພວກຜູ້ນຳຂອງປາກິສຖານພ້ອມແລ້ວທີ່ຈະແຈ້ງ
ໃຫ້ຊາບວ່າ ບຸກຄົນໃດ ຢູ່ໃສ ເປັນຜູ້ໃຫ້ການສະໜັບສະໜຸນແກ່ນາຍ bin-Laden ແລະ
ປາກິສຖານກຳລັງທຳການສືບສວນກ່ຽວກັບ ເລື່ອງນີ້ຢູ່.

ໜັງສືພິມ Washington Post ລາຍງານວ່າ ຄວາມວິຕົກກັງວົນກ່ຽວກັບການແຊກ
ຊຶມເຂົ້າໄປໃນຖັນແຖວຂອງກອງທັບກໍມີສາເຫດອີກຄືກັນມາຈາກການໂຈມຕີໃນສັບປະ
ດານີ້ ຕໍ່ຖານທັບເຮືອທີ່ນະຄອນກາຣາຈີໂດຍພວກກະບົດທີ່ປະກອບອາວຸດເຕັມອັດຕາ.
ໜັງສືພິມສະບັບນີ້ເວົ້າວ່າ ການໂຈມຕີທີ່ວ່ານີ້ ແມ່ນເຊື່ອກັນຢ່າງກວ້າງຂວາງວ່າໄດ້ຮັບ
ການຊ່ອຍເຫຼືອຈາກພາຍໃນ.

XS
SM
MD
LG