ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາກິສຖານ ບໍ່ຮັບ ການຕິຕຽນ ຂອງສະຫະລັດ


ທ່ານໝໍ Shakil Afridi ທີ່ຖືກປາກິສຖານຕັດສິນໂທດຈຳຄຸກ 33 ປີ
ທ່ານໝໍ Shakil Afridi ທີ່ຖືກປາກິສຖານຕັດສິນໂທດຈຳຄຸກ 33 ປີ

ໃນ​ວັນ​ພະຫັດ​ວານ​ນີ້ ປາ​ກິ​ສຖານ​ໄດ້​ປະຕິ​ເສດ ​ຕໍ່​ການ​ຕຳ​ໜິຕິຕຽນ​ຂອງ​ສະຫະລັດ ທີ່​ຈຳ
​ຄຸກ​ທ່ານໝໍ​ປາ​ກິ​ສຖານ​ຄົນ​ນຶ່ງທີ່​ໄດ້​ຊ່ອຍ​ສະຫະລັດ​ຕາມ​ຫານາຍ Osama bin Laden
ຂະນະ​ທີ່​ກຳມາ​ທິການຂອງ​ລັດຖະສະພາ​ສະຫະລັດ​ ໄດ້​ຕົກລົງ​ທີ່​ຈະຕັດ​ການ​ຊ່ອຍ​ເຫຼືອ​ແກ່
​ປາ​ກິ​ສຖານ ເພື່ອ​ເປັນ​ການ​ປະ​ທ້ວງ​ກ່ຽວ​ກັບ​ການຈຳ​ຄຸກ​ທ່ານໝໍ​ຄົນ​ນີ້.

ສານ​ແຫ່ງ​ນຶ່ງ​ໃນ​ເຂດ​ຊົນ​ເຜົ່າ Khyber ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປາກິ​ສຖານ​ໄດ້​
ຕັດສິນ​ໂທດ​ຈຳ​ຄຸກ​ທ່ານໝໍ Shakil Afridi ​ເປັນ​ເວລາ 33 ປີ ​ຍ້ອນທໍລະ​ຍົດ​ຕໍ່​ປະ​ເທດ​ຊາດ
ໃນ​ມື້ວັນ​ພຸດ​ແລ້ວນີ້. ທ່ານໝໍ Afridi ຖືກ​ກ່າວ​ຫາ​ວ່າ​ໄດ້ຈັດ​ໃຫ້​ມີການສັກ​ຢາ​ວັກ​ຊີ​ນປອມຂຶ້ນ ​
ເພື່ອ​ຊ່ອຍ​ອົງການ​ສືບ​ລັບ​ຊີ​ໄອ​ເອ​ ເກັບ​ກຳ DNA ຈາກ​ຄອບຄົວ​ຂອງ​ນາຍ bin Laden ຢູ່
ເຮືອນ​ຫຼັງນຶ່ງ​ທີ່​ເມືອງ Abbottabad ບ່ອນ​ທີ່​ຫົວໜ້າ​ກຸ່ມ​ກໍ່​ການ​ຮ້າຍ​ທີ່​ໂລກ​ຕ້ອງການ​ໂຕ​ທີ່​
ສຸດ ​ຫຼົບລີ້ຢູ່​ນັ້ນ. ນາຍ bin Laden ​ໄດ້​ຖືກ​ຂ້າ​ຕາຍ ໂດຍ​ກຳລັງ​ພິ​ເສດ​ຂອງ​ສະຫະລັດ ລະ
ຫວ່າງ ການ​ບຸກ​ເຂົ້າ​ໄປ​ໂຈມ​ຕີ​ເຮືອນ​ຫຼັງດັ່ງກ່າວເມື່ອ​ວັນ​ທີ 11 ພຶດສະພາ​ປີ​ກາຍ​ນີ້.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ປາ​ກິ​ສຖານ ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​ພະຫັດວານ​ນີ້ວ່າ
ຄະດີ​ຂອງທ່ານໝໍ Afridi ຈະ​ຖືກ​ຕັດສິນໃຫ້​ສອດຄ່ອງຕາມ​ກົດໝາຍ​ປາ​ກິ​ສຖານ​ ແລະ​ໂດຍ​
ສານ​ຂອງ​ປາ​ກິ​ສຖານ. ທ່ານ​ເວົ້າວ່າ ສະຫະລັດ​ແລະ​ປາ​ກິ​ສຖານ​ຕ້ອງ​ໃຫ້ການ​ເຄົາລົບ​ຕໍ່​ກະ
ບວນ​ການ​ຍຸຕິ​ທຳ​ແລະ​ການ​ຕັດສິນ​ຂອງ​ກັນ​ແລະ​ກັນ.

ພາຍ​ໃຕ້​ລະບົບ​ຕຸລາການ​ຂອງ​ປາ​ກິ​ສຖານ​ແລ້ວ ທ່ານໝໍ Afridi ບໍ່​ໄດ້​ຮັບ​ການປຶກສາ​ຫາລື​
ໃດໆ​ຈາກ​ທະນາຍຄວາມ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ Hillary Clinton ​ໄດ້​ປະນາມ​ການ​ປະ
ຕິບັດ​ຕໍ່​ທ່ານໝໍ Afridi ໂດຍ​ເວົ້າວ່າ ບໍ່​ມີ​ຄວາມ​ຍຸຕິ​ທຳ​ ແລະ​ບໍ່​ຖືກຕ້ອງ. ທ່ານ​ນາງ​ກ່າວ​ຕໍ່​
ກອງ​ປະ​ຊຸມ​ຖະ​ແຫຼງຂ່າວ​ໃນ​ມື້ວານ​ນີ້ວ່າ ສະຫະລັດ​ຮູ້ສຶກເສຍ​ໃຈ​ທັງ​ຄວາມ​ຈິງ​ທີ່​ວ່າ​ທ່ານ​ໄດ້​
ຖືກ​ພົບ​ເຫັນ​ມີ​ຄວາມ​ຜິດ​ແລະ​ການ​ຕັດສິນ​ລົງ​ໂທດ​ຢ່າງ​ໜັກ. ທ່ານ​ນາງ​ປະກາດ​ວ່າ ຈະ​ສືບ
​ຕໍ່​ກົດ​ດັນ​ກ່ຽວ​ກັບ​ຄະດີ​ນີ້ກັບ​ປາ​ກິ​ສຖານ.

ທ່ານ Jay Carney ​ໂຄສົກ​ຂອງ​ທຳນຽບຂາວ​ກ່າວ​ວ່າ ສະຫະລັດ​ຍັງ​ສືບ​ຕໍ່​ມອງບໍ່​ເຫັນ​ວ່າ
ມີ​ພື້ນຖານ​ອັນ​ໃດ​ທີ່​ທ່ານໝໍ Afridi ຕ້ອງ​ໄດ້​ຖືກ​ຈັບ ​ແລະ​ກ່າວ​ຕື່ມ​ວ່າ ມັນ​ເປັນ​ຈຸດ​ສຳຄັນ​ທີ່​
ວ່າ ການ​ຊ່ອຍ​ເຫຼືອທີ່​ໄດ້​ຮັບ​ຈາກ​ບຸກຄົນ​ໃດ​ກໍ​ຕາມ​ໃນ​ການ​ດຳ​ເນີນ​ຄວາມພະຍາຍາມ​ເພື່ອ​
ນຳ​ເອົາ​ຕົວ​ນາຍ bin Laden ມາ​ລົງ​ໂທດ​ເປັນ​ການ​ຊ່ອຍ​ເຫຼືອທີ່​ບໍ່​ແມ່ນ​ຕໍ່ຕ້ານ​ປາ​ກິ​ສຖານ ​
ແຕ່​ຕໍ່ຕ້ານ​ກຸ່ມ​ກໍ່​ການຮ້າຍ​ອາລກາຍ​ດາ​ແລະ​ຕໍ່ຕ້ານ​ນາຍ Osama bin Laden.

ນອກ​ນັ້ນ​ແລ້ວ​ໃນ​ວັນ​ພະຫັດ​ວານ​ນີ້ ອະນຸ​ກຳມະການ​ຂອງ​ສະພາ​ສູງ​ສະຫະລັດ ໄດ້ລົງ​ຄະ​
ແນນ​ສຽງ​ຕັດ​ການຊ່ອຍ​ເຫຼືອປາ​ກິ​ສຖານ 33 ລ້ານ​ໂດ​ລາ ຄື 1 ລ້ານ​ໂດ​ລາ​ສຳ​ຫຼັບ​ໂທດໃນ​
ແຕ່ລະ​ປີ ​ທີ່​ທ່ານໝໍ Afridi ຖືກ​ຕັດສິນ​ຈຳ​ຄຸກ 33 ປີນັ້ນ.

XS
SM
MD
LG