ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະສະພາປາກິສຖານ ປະນາມສະຫະລັດ


ນາຍົກລັດຖະມົນຕີປາກິສຖານທ່ານ Yousuf Raza Gilani ຖະແຫຼງຕໍ່ສະພາແຫ່ງຊາດໃນວັນທີ 9 ພຶດສະພາ ລຸນຫຼັງທີ່ນາຍ Osama bin Laden ຜູ້ນຳຂອງກຸ່ມກໍ່ການຮ້າຍອາລກາຍດາຖືກຂ້າຕາຍໂດຍກຳລັງສະຫະລັດ.
ນາຍົກລັດຖະມົນຕີປາກິສຖານທ່ານ Yousuf Raza Gilani ຖະແຫຼງຕໍ່ສະພາແຫ່ງຊາດໃນວັນທີ 9 ພຶດສະພາ ລຸນຫຼັງທີ່ນາຍ Osama bin Laden ຜູ້ນຳຂອງກຸ່ມກໍ່ການຮ້າຍອາລກາຍດາຖືກຂ້າຕາຍໂດຍກຳລັງສະຫະລັດ.

ລັດຖະສະພາປາກິສຖານໄດ້ຮັບຜ່ານມະຕິສະບັບນຶ່ງປະນາມ
ການບຸກໂຈມຕີຂອງສະຫະລັດທີ່ໄດ້ສັງຫານນາຍ Osama
bin Laden ຜູ້ນຳຂອງກຸ່ມກໍ່ການຮ້າຍອາລກາຍດາຂະນະ
ທີ່ຫຼາຍໆກຸ່ມ ໃນສະຫະລັດຮຽກຮ້ອງໃຫ້ເປີດເຜີຍຮູບພາບ
ແລະວີດີໂອກ່ຽວກັບການບຸກເຂົ້າໄປຂອງພວກທະຫານແລະ
ເຫດການທີ່ເກີດຂຶ້ນຫຼັງຈາກນັ້ນ.

ສະພາສູງແລະສະພາຕໍ່າຂອງປາກິສຖານໄດ້ເປີດກອງປະຊຸມ
ຮ່ວມຄົບຄະນະໃນມື້ວັນສຸກວານນີ້ ຊຶ່ງໃນລະຫວ່າງການປະ
ຊຸມນັ້ນພວກສະມາຊິກສະພາໄດ້ສອບຖາມຫົວໜ້າໜ່ວຍສືບ
ລັບແລະພວກນາຍທະຫານອະວຸໂສຂອງປາກິສຖານ.

ລຸນຫຼັງການປະຊຸມກັນແບບປິດລັບແລ້ວສະພາທັງສອງຂອງ
ປາກິສຖານໄດ້ຮຽກຮ້ອງໃຫ້ສ້າງຕັ້ງຄະນະກຳມາທິການອິດ
ສະຫຼະຂຶ້ນເພື່ອສືບສວນເບິ່ງເຫດການດັ່ງກ່າວນີ້.

ທີ່ສະຫະລັດໃນມື້ວານນີ້ ອົງການ Judicial Watch ຊຶ່ງ
ເປັນອົງການຕິດຕາມຊິ້ງຊອມທາງດ້ານກົດໝາຍນິຍົມແນວທາງເດີມ ໄດ້ຍື່ນຟ້ອງກ່ຽວກັບ ອິດສະຫຼະພາບທາງດ້ານຂ່າວສານ ຕໍ່ກະຊວງປ້ອງກັນປະເທດ ສະຫະລັດຫຼັງຈາກທຳນຽບ
5 ແຈກ່າວວ່າຕົນຈະບໍ່ປະຕິບັດຕາມກຳນົດເສັ້ນຕາຍ 20 ມື້ຂອງກຸ່ມດັ່ງກ່າວ ທີ່ຢາກໃຫ້ນຳ
ອອກເຜີຍແຜ່ຮູບພາບກ່ຽວກັບການບຸກເຂົ້າໄປໃນບ້ານພັກຂອງນາຍ bin Laden.

ຂະນະດຽວກັນກະຊວງປ້ອງກັນປະເທດສະຫະລັດແຈ້ງໃຫ້ອົງການຂ່າວເອພີີຊາບໂດຍທາງ
ຈົດໝາຍວ່າ ບໍ່ມີຄວາມຈຳເປັນໃດໆທີ່ຕ້ອງໄດ້ນຳຮູບພາບເຫຼົ່ານີ້ອອກມາເຜີຍແຜ່.

ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາກ່າວໃນສັບປະດາແລ້ວນີ້ວ່າ ຮູບກ່ຽວກັບ
ການຕາຍຂອງນາຍ bin Laden ຈະບໍ່ມີການນຳອອກເຜີຍແຜ່ ທັງນີ້ກໍເພື່ອຫຼີກລ່ຽງບໍ່
ຢາກໃຫ້ເກີດຄວາມຮູ້ສຶກຕໍ່ຕ້ານອະເມຣິກັນຢູ່ໃນຕ່າງປະເທດ.

ເຈົ້າໜ້າທີ່ສະຫະລັດໄດ້ປະກາດໃນມື້ວານນີ້ວ່າ ໄດ້ມີການພົບເຫັນຮູບໂປ້ເປັນຈຳນວນຫຼວງ
ຫຼາຍທີ່ບ່ອນຫຼົບລີ້ຂອງນາຍ bin Laden. ເຈົ້າໜ້າທີ່ເວົ້າວ່າບໍ່ເປັນທີ່ຈະແຈ້ງວ່າຮູບໂປ້ເຫຼົ່າ
ນີ້ເປັນຂອງໃຜ ແລະບໍ່ມີທາງທີ່ຈະຮູ້ໄດ້ວ່ານາຍ bin Laden ໄດ້ເບິ່ງຮູບໂປ້ເຫຼົ່ານີ້ຫຼືບໍ່.

XS
SM
MD
LG