ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ສານປາກິສຖານສັ່ງໃຫ້ຕັດສິນ ຄະດີພະນັກງານກົງສຸນ ສຫລ


ພວກສະໜັບສະໜຸນສາສະໜາອິສລາມ ແລະພັກການເມືອງ Jamaat-e-Islami ໂຮມຊຸມນຸມປະທ້ວງ ທ່ານ Raymond Davis ທີ່ນະຄອນລາຮໍ (25 ກຸມພາ 2011)
ພວກສະໜັບສະໜຸນສາສະໜາອິສລາມ ແລະພັກການເມືອງ Jamaat-e-Islami ໂຮມຊຸມນຸມປະທ້ວງ ທ່ານ Raymond Davis ທີ່ນະຄອນລາຮໍ (25 ກຸມພາ 2011)

ສານແຫ່ງນຶ່ງຂອງປາກິສຖານຕັດສິນວ່າ ການດຳເນີນຄະ
ດີພະນັກງານກົງສຸນຂອງສະຫະລັດ ທີ່ຖືກກ່າວຫາວ່າສັງ
ຫານຜູ້ຊາຍຊາວປາກິສຖານ 2 ຄົນນັ້ນ ສາມາດດຳເນີນ
ການໄດ້ຕໍ່ໄປ.

ໃນວັນພະຫັດມື້ນີ້ ສານແຫ່ງດັ່ງກ່າວໄດ້ສັ່ງໃຫ້ເລື່ອນການ
ພິຈາລະນາ​ກ່ຽວ​ກັບ ຄະດີຂອງ ທ່ານ Raymon Davis
ໄປຈົນ​ຮອດວັນທີ 8 ມີນາ.

ເຈົ້າໜ້າທີ່ສະຫະລັດຢືນຢັດວ່າ ທ່ານ Davis ມີສິດພິເສດ
ທາງດ້ານການທູດແລະຄວນຖືກປ່ອຍໃນທັນທີ. ສານສູງ
ຂອງນະຄອນລາຮໍມີກຳນົດທີ່ຈະຕັດສິນກ່ຽວກັບບັນຫາດັ່ງກ່າວຕາມພາຍຫຼັງໃນເດືອນນີ້.

ສະຫະລັດກ່າວວ່າ ທ່ານ Davis ໄດ້ທຳການປ້ອງກັນໂຕເວລາທ່ານໄດ້ຍິງຜູ້ ຊາຍຊາວປາ
ກິສຖານ 2 ຄົນເສຍຊີວິດໃນເດືອນມັງກອນຜ່ານມາ ໃນລະຫວ່າງອັນ​ທີ່​ທ່ານ​ກ່າວ​ວ່າບຸກ
ຄົນທັງ 2 ພະຍາຍາມຈະປຸ້ນທ່ານຢູ່​ທີ່​ເມືອງ​ລາ​ຮໍນັ້ນ.

ຕຳຫຼວດປາກິສຖານໄດ້ປະຕິເສດ ຄຳໃຫ້ການຂອງທ່ານ Davis ແລະກ່າວວ່າ ການສືບ
ສວນຂອງຕຳຫຼວດພົບວ່າ ເປັນຄະດີຄາດຕະກຳ.

ເຫດຮ້າຍດັ່ງກ່າວໄດ້ມີຄວາມສະລັບຊັບຊ້ອນຕື່ມຂຶ້ນ ຍ້ອນການເສຍຊີວິດຂອງ ຊາວປາ
ກິສຖານຄົນທີ 3 ທີ່ຖືກລົດສະຖານທູດສະຫະລັດທີ່ຟ້າວແລ່ນໄປຊ່ອຍທ່ານ Davis ນັ້ນ
ຕໍາຕາຍ ຊຶ່ງໄດ້ພາໃຫ້ເກີດມີຄວາມຮູ້ສຶກຕໍ່ຕ້ານອະເມຣິກັນຂຶ້ນໃນທົ່ວປະເທດປາກິສຖານ.

XS
SM
MD
LG