ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນາຍທະຫານອະເມຣິກັນ ຢ້ຽມຢາມປາກິສຖານ


ນາຍທະຫານອະວຸໂສສຸດ ຂອງ ສະຫະລັດ ໄດ້ເດີນທາງ ໄປເຖິງ ປາກິສຖານ ໃນວັນເສົາມື້ນີ້ ຊຶ່ງ ເປັນມື້ດຽວກັນ ກັບທີ່ເຈົ້າໜ້າທີ່ ຮັກສາຄວາມປອດໄພ ກ່າວວ່າ ການໂຈມຕີ ຂອງເຮືອບິນ ບໍ່ມີຄົນຂັບ ຂອງສະຫະລັດ ໄດ້ສັງຫານ ພວກຫົວຮຸນແຮງ 16 ຄົນ ໃນພາກຕາເວັນຕົກ ສຽງເໜືອ ຂອງປາກິສຖານ.

ປະທານ ເສນາທິການຮ່ວມ ຂອງກອງທັບ ສະຫະລັດ ພົນເຮືອເອກ MIKE MULLEN ພວມຢູ່ທີ່ນະຄອນຫຼວງ ອິສລາມາບັດ ແລະມີກຳນົດ ທີ່ຈະພົບປະ ກັບຜູ້ບັນຊາການ ຂອງກອງທັບປາກິສຖານ ນາຍພົນ ASHFAG KAYANI ຜູ້ຊຶ່ງຫາກໍ ໄດ້ຮັບການຕໍ່ອາຍຸ ໃຫ້ກຳຕຳແໜ່ງ ຜູ້ບັນຊາການ ກອງທັບປາກິສຖານ ຕື່ມອີກ 3 ປີ ເມື່ອໄວໆມານີ້ ຊຶ່ງຖືກ ເບິ່ງກັນ ໂດຍພວກນັກຊ່ຽວຊານ ບາງຄົນວ່າ ເປັນຮ່ອງຮອຍ ຂອງຄວາມຕໍ່ເນື່ອງ ໃນການ ເຮັດສົງຄາມ ຕໍ່ຕ້ານພວກມຸສລິມ ຫົວຮຸນແຮງ ຂອງປາກິສຖານ.

ນຶ່ງມື້ ກ່ອນອອກເດີນທາງ ໄປຢ້ຽມຢາມ ປາກິສຖານນັ້ນ ພົນເຮືອເອກ MULLEN ຮັບ ຮູ້ວ່າ ສະຫະລັດ ມີຄວາມວິຕົກກັງວົນ ກ່ຽວກັບ ບ່ອນຫຼົບລີ້ ຂອງພວກຫົວຮຸນແຮງ ຢູ່ໃນປາກິສຖານ.

ແຕ່ແນວໃດກໍຕາມ ພົນເຮືອເອກ MULLEN ກ່າວໃນລະຫວ່າງ ການຖະແຫຼງ ທີ່ປະເທດ ອິນເດຍວ່າ ທ່ານມີຄວາມໝັ້ນໃຈວ່າ ອາວຸດ ທີ່ສະຫະລັດ ຂາຍໃຫ້ແກ່ປາກິສຖານັ້ນ ຈະຖືກນຳໄປໃຊ້ ໃນການປາບປາມ ກຸ່ມອາລກາຍດາ ແລະພວກກໍ່ການຮ້າຍ ທີ່ເປັນເຄືອ ຂ່າຍ.

ເຈົ້າໜ້າທີ່ກ່າວວ່າ ການໂຈມຕີ ດ້ວຍລູກສອນໄຟ ທີ່ໄດ້ສັງຫານ ພວກຫົວຮຸນແຮງ ໃນວັນ ເສົາມື້ນີ້ ແມ່ນມີຂຶ້ນ ໃນເຂດ WAZIRISTAN ໃຕ້ ຊຶ່ງຕັ້ງຢູ່ຕິດ ກັບບໍລິເວນຊາຍ ແດນ ອັຟການິສຖານ ບ່ອນທີ່ເມື່ອໄວໆມານີ້ ສະຫະລັດ ໄດ້ເພີ້ມທະວີ ການໂຈມຕີ ໂດຍເຮືອບິນ ທີ່ບໍ່ມີຄົນຂັບນັ້ນ.

XS
SM
MD
LG