ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີປາກິສຖານ ມາຢ້ຽມຢາມສະຫະລັດ


ປະທານາທິບໍດີປາກິສຖານ ທ່ານ Asif Ali Zardari
ປະທານາທິບໍດີປາກິສຖານ ທ່ານ Asif Ali Zardari

ປະທານາທິບໍດີປາກິສຖານທ່ານ Asif Ali Zardari
ຈະພົບປະກັບປະທານາທິບໍດີສະຫະລັດ ທ່ານບາຣັກ
ໂອບາມາ ທີ່ທຳນຽບຂາວໃນວັນສຸກມື້ນີ້.

ໂຄສົກຂອງທຳນຽບຂາວທ່ານ Robert Gibbs ກ່າວ
ໃນວັນພະຫັດວານນີ້ວ່າ ເປັນທີ່ຄາດກັນວ່າການເຈລະ
ຈາຫາລື ຈະເພັ່ງເລັງໃສ່ການດຳເນີນຄວາມພະຍາຍາມ
ໃນປາບປາມພວກກໍ່ການຮ້າຍ ຂອງປາກິສຖານ ການ
ມີຜົນປະໂຫຍດຮ່ວມໃນການປະຕິຮູບເສດຖະກິດ ແລະ
ການໃຫ້ຄວາມສະໜັບສະໜຸນ ຕໍ່ປະຊາທິປະໄຕ.

ທ່ານ Zardari ເດີນທາງມາກຸງວໍຊິງຕັນເພື່ອເຂົ້າຮ່ວມພິທີໄວ້ອາໄລໃຫ້ແກ່ທູດພິເສດຂອງ
ສະຫະລັດ ຮັບຜິດຊອບກ່ຽວກັບປາກິສຖານ ແລະອັຟການິສຖານ ທ່ານ Richard Hol-
brook ທີ່ໄດ້ເສຍຊີວິດຢ່າງກະທັນຫັນ ໃນເດືອນທັນວາແລ້ວນີ້.

ເຫດການທັງສອງນີ້ ຈະບໍ່ອະນຸຍາດໃຫ້ມີການເກັບກຳຂ່າວ ແຕ່ເປັນທີ່ຄາດກັນວ່າ ທຳ
ນຽບຂາວຈະຖະແຫຼງຂ່າວໃນຮູບໃດຮູບນຶ່ງກ່ຽວກັບການເຈລະຈາຫາລືຢູ່ທີ່ທຳນຽບຂາວ.

ນອກນັ້ນແລ້ວທ່ານ Zardari ຍັງມີກຳນົດທີ່ຈະພົບປະກັບລັດຖະມົນຕີການຕ່າງປະເທດ
ສະຫະລັດ ທ່ານນາງ Hillary Clinton.

ການເດີນທາງມາຢ້ຽມຢາມສະຫະລັດ ຂອງປະທານາທິບໍດີ Zardari ມີຂຶ້ນປະມານນຶ່ງ
ເດືອນຫຼັງຈາກລັດຖະບານທ່ານໂອບາມາ ໄດ້ຊັ່ງຊາຕີລາຄາກ່ຽວກັບຍຸດທະສາດຂອງຕົນ
ໃນອັຟການິສຖານ ແລະປາກິສຖານ ແລະຫຼັງຈາກເກີດວິກິດການທາງດ້ານການເມືອງ
ຄັ້ງໃຫຍ່ໃນປາກິສຖານ ທີ່ພາໃຫ້ລັດຖະບານປະສົມຂອງປາກິສຖານ ເກືອບພັງທະລາຍ
ລົງນັ້ນ.

XS
SM
MD
LG