ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາກິສຖານ ຈັບອະເມຣິກັນ ອີກຄົນນຶ່ງ


ນາຍ Aaron Mark DeHaven (ໃສ່ແວ່ນຕາ) ຄົນອະເມຣິກັນ ທີ່ຖືກເຈົ້າໜ້າທີ່ປາກິສຖານຄວບຄຸມໂຕ ໄປຂຶ້ນສານທີ່ເມືອງ Peshawar (26 ກຸມພາ 2011)
ນາຍ Aaron Mark DeHaven (ໃສ່ແວ່ນຕາ) ຄົນອະເມຣິກັນ ທີ່ຖືກເຈົ້າໜ້າທີ່ປາກິສຖານຄວບຄຸມໂຕ ໄປຂຶ້ນສານທີ່ເມືອງ Peshawar (26 ກຸມພາ 2011)

ເຈົ້າໜ້າທີ່ກ່າວວ່າ ສານແຫ່ງນຶ່ງຂອງປາກິສຖານໄດ້ມີຄຳ
ສັ່ງໃນວັນເສົາມື້ນີ້ ໃຫ້ຄຸມຂັງພົນລະເມືອງອະເມຣິກັນຄົນ
ນຶ່ງ ເປັນເວລາ 14 ມື້ຂະນະທີ່ຕຳຫຼວດທຳການສືບສວນ
ກ່ຽວກັບການລ່ວງລະເມີດດ້ານວີຊ່າຂອງຜູ້ກ່ຽວ.

ເຈົ້າໜ້າທີ່ເວົ້າວ່າ ນາຍ Aaron Mark DeHaven ທີ່
ວີຊ່າຂອງລາວໄດ້ໝົດອາຍຸ ໃນເດືອນຕຸລາປີກາຍໄດ້ຖືກ
ຈັບໃນມື້ວັນສຸກວານນີ້ທີ່ເມືອງ Peshawar ໃນພາກຕາ
ເວັນຕົກສຽງເໜືອຂອງປາກິສຖານ.

ສະຖານທູດສະຫະລັດກ່າວວ່າ ຕົນຮູ້ຂ່າວແລ້ວ ກ່ຽວກັບ
ການຈັບນາຍ DeHaven ແລະກໍາລັງພະຍາຍາມຈັດແຈງ ໃຫ້ທາງກົງສຸນຕິດຕໍ່ກັບຜູ້ກ່ຽວ.

ການຈັບກຸມນາຍ DeHaven ໄດ້ມີຂຶ້ນ ໃນຂະນະທີ່ຄວາມ
ສໍາພັນ ລະຫວ່າງປາກິສຖານແລະສະຫະລັດພວມມີຄວາມເຄັ່ງຕຶງ ຍ້ອນການຈັບພະນັກງານ
ກົງສຸນຂອງສະຫະລັດໃນເດືອນແລ້ວ ທີ່ມີລາຍງານວ່າ ຜູ້ກ່ຽວໄດ້ເຮັດວຽກເປັນສັນຍາຈ້າງໃຫ້ ອົງການສືບລັບຊີໄອເອນັ້ນ.

XS
SM
MD
LG