ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໑ ມິຖຸນາ ໒໐໒໓

ປາກິສຖານໂຈະການຮັບຟັງຄໍາໃຫ້ການ ຂອງນັກການທູດອະເມຣິກັນ


ພວກສະໜັບສະໜຸນພັກສາສະໜາໃນປາກິສຖານ ຈູດທຸງຊາດສະຫະລັດ ໃນລະຫວ່າງການປະທ້ວງຕໍ່ຕ້ານທ່ານ Raymond Davis ໃກ້ໆກົງສຸນສະຫະລັດ ທີ່ນະຄອນລາຮໍ (18 ກຸມພາ 2011)

ໃນວັນສຸກມື້ນີ້ສານແຫ່ງນຶ່ງຂອງປາກິສຖານໄດ້ເລື່ອນການ
ຮັບຟັງຄຳໃຫ້ການ ກ່ຽວກັບການສັງຫານຊາວປາກິສຖານ
2 ຄົນໂດຍພະນັກງານກົງສຸນຂອງສະຫະລັດຄົນນຶ່ງໄປໃສ່
ວັນທີ 3 ມີນາ.

ສະຫະລັດ ກ່າວວ່າ ທ່ານ Raymond Davis ຊຶ່ງໄດ້ດຳ
ເນີນການດັ່ງກ່າວເພື່ອເປັນການປ້ອງກັນໂຕນັ້ນມີສິດພິເສດ
ທາງດ້ານການທູດແລະຄວນຖືກປ່ອຍໃນທັນທີ.

ທ່ານ Davis ກ່າວວ່າ ພວກຜູ້ຊາຍທັງ 2 ທີ່ທ່ານຍິງຕາຍ
ຢູ່ທີ່ນະຄອນລາຮໍໃນເດືອນແລ້ວນັ້ນ ໄດ້ພະຍາຍາມທີ່ຈະປຸ້ນ
ທ່ານ.

ຕຳຫຼວດປາກິສຖານໄດ້ປະຕິເສດຕໍ່ການໃຫ້ການຂອງທ່ານ Davis ແລະເວົ້າວ່າ ການສືບ
ສວນຂອງພວກເຂົາເຈົ້າພົບເຫັນວ່າ ເປັນຄະດີຄາດຕະກຳ.

ເຫດຮ້າຍ ໃນເດືອນມັງກອນທີ່ວ່ານີ້ ໄດ້ມີຄວາມສະຫຼັບຊັບຊ້ອນເພີ່ມຂຶ້ນ ຍ້ອນການເສຍ
ຊີວິດຂອງຊາວປາກິສຖານຄົນທີ 3 ທີ່ຖືກລົດນັກການທູດສະຫະລັດ ທີ່ຟ້າວໄປຊ່ອຍນາຍ
Davis ນັ້ນ ຕຳຕາຍ ຊຶ່ງໄດ້ພາໃຫ້ເກີດຮູ້ສຶກຕໍ່ຕ້ານອະເມຣິກັນໃນທົ່ວປະເທດ.

ສື່ມວນຊົນຂອງສະຫະລັດໄດ້ອ້າງຄຳເວົ້າຂອງເຈົ້າໜ້າທີ່ອະເມຣິກັນທີ່ບໍ່ໄດ້ລະບຸຊື່ ທີ່ກ່າວ
ວ່າ ທ່ານ Davis ເຮັດວຽກໃນຖານະສັນຍາຈ້າງທາງດ້ານຄວາມປອດໄພໃຫ້ແກ່ອົງການ
ສືບລັບຊີໄອເອ ໃນເວລາທີ່ທ່ານຖືກຈັບ.

XS
SM
MD
LG