ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍົນ​ໂດຣນ ຂອງ​ສະຫະລັດ ສັງຫານ ພວກຫົວຮຸນແຮງ 7 ຄົນ ໃນປາກິສຖານ


ແຜນທີ່ປະເທດປາກິສຖານ ເຂດ Waziristan ເໜືອ
ແຜນທີ່ປະເທດປາກິສຖານ ເຂດ Waziristan ເໜືອ

ບັນດາ​ເຈົ້າໜ້າ​ທີ່ ປາ​ກິ​ສຖານ ກ່າວ​ວ່າ ການ​ໂຈມ​ຕີ​ທີ່​ສົງ​ໄສ​ວ່າ
​ເປັນ​ການ​ກະທຳ​ຂອງ​ເຮືອບິນ​ບໍ່​ມີ​ຄົນ​ຂັບ ຫຼື ​ໂດຣນ ຂອງ​
ສະຫະລັດ ​ໄດ້​ສັງຫານພວກ​ຫົວ​ຮຸນ​ແຮງ​ຢ່າງ​ນ້ອຍ 7 ຄົນ ​ໃນ
​ເຂດ Waziristan ​ເໜືອ.

​ບັນດາ​ເຈົ້າໜ້າ​ທີ່​ສືບ​ລັ​ບ​ໃນ​ທ້ອງ​ຖິ່ນ ກ່າວ​ວ່າ ​ຍົນໂດຣນ ​ໄດ້​ຍິງ​
ຈະ​ຫລວດ​ສອງ​ລູກ ທີ່ຕົກ​ຖືກ​ເປົ້າໝາຍ​ຄ້າຍ​ພັກ​ຂອງ​ພວກ​ຫົວ​
ຮຸນ​ແຮງ ​ໃນ​ເຂດ​ Datta Khail ຊຶ່ງ​ເປັນ​ເຂດພູດ​ອຍ​ ໃກ້ໆ​ກັບ
ຊາຍ​ແດນ​ອັຟກາ​ນິສຖານ.

​ເຂົາ​ເຈົ້າກ່າວ​ຕື່ມ​ວ່າ ​ມີ​ຄວາມ​ສົງ​ໄສວ່າ ຄ້າຍ​ດັ່ງກ່າວ​ເປັນ​ບ່ອນ​ຫລົບ​ລີ້ ທີ່ນຳ​ໃຊ້​ໂດຍ
​ພວກຫົວ​ຮຸນ​ແຮງ Uzbek ຊຶ່ງ​ເປັນ​ເຄືອ​ຂ່າຍ ກັບ Hafiz Gul Bahadar ຜູ້​ບັນຊາ​ການ
ຄົນ​ປາ​ກິ​ສຖານ ທີ່ນິຍົມພວກ al-Qaida.

​ການ​ໂຈມ​ຕີ​ຂອງ​ຍົນໂດຣນ ໃນ​ວັນ​ອາທິດມື້​ນີ້ ​ແມ່ນ​ເປັນຄັ້ງທຳ​ອິດ​ຂອງ​ປີ​ໃໝ່ນີ້.

ກອງທັບປາ​ກິ​ສຖານ ​ໄດ້​ເພີ້​ມປະຕິ​ບັດ​ການ ຕໍ່ຕ້ານພວກ​ຫົວ​ຮຸນ​ແຮງ ຢູ່​ທີ່​ເຂດຊົນເຜົ່າ​ຕ່າງໆ ຕາມ​ຊາຍ​ແດນ​ກັບ​ອັຟກາ​ນິສຖານ ນັບ​ຕັ້ງ​ແຕ່ ພວກ​ຫົວ​ຮຸນ​ແຮງ​ໄດ້​ບຸກໂຈມຕີ ​ໂຮງຮຽນແຫ່ງ​ໜຶ່ງ ທີ່ບໍລິ​ຫານ​ງານ​ໂດຍ​ທະຫານ​ປາ​ກິ​ສຖານ ​ໃນ​ເມືອງ Peshawar ​ເມື່ອ
​ວັນ​ທີ 16 ທັນວາ​ຜ່ານ​ມາ ທີ່​ໄດ້​ສັງຫານ 150 ຄົນ ຊຶ່ງເກືອບທັງ​ໝົດ​ ​ແມ່ນເດັກນ້ອຍ.

ວີດີໂອ: ພວກຕາລີບານ ໂຈມຕີໂຮງຮຽນ:

Taliban Militants in Pakistan Kill 141 in School Attack
please wait

No media source currently available

0:00 0:02:05 0:00
ລິງໂດຍກົງ

XS
SM
MD
LG