ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສຫລ ຍົກຍ້າຍ ພະນັກງານ ທີ່ບໍ່ຈຳເປັນ ອອກຈາກ ກົງສຸນ ລາຮໍ (ວີດີໂອ)


 ເຈົ້າໜ້າທີ່ ຮັກສາຄວາມສະຫງົບປາກິສຖານ ຢືນຍາມ ຢູ່ຂ້າງນອກ ສະຖານກົງສຸນ ສຫລ ທີ່ນະຄອນລາຮໍ (9 ສິງຫາ 2013)
ເຈົ້າໜ້າທີ່ ຮັກສາຄວາມສະຫງົບປາກິສຖານ ຢືນຍາມ ຢູ່ຂ້າງນອກ ສະຖານກົງສຸນ ສຫລ ທີ່ນະຄອນລາຮໍ (9 ສິງຫາ 2013)
ກະຊວງການຕ່າງປະເທດສະຫະລັດ ໄດ້ສັ່ງໃຫ້ຍົກຍ້າຍພະນັກ
ງານທີ່ບໍ່ຈຳເປັນທັງໝົດ ອອກຈາກສະຖານກົງສຸນສະຫະລັດທີ່
ນະຄອນລາຮໍປະເທດປາກິສຖານຍ້ອນມີການຂົ່ມຂູ່ທີ່ສະເພາະ
ເຈາະຈົງ.

ທ່ານນາງ Meghan Gregoris ໂຄສົກຂອງສະຖານທູດສະຫະ
ລັດທີ່ນະຄອນອິສລາມາບັດເວົ້າວ່າ ການເຄື່ອນໄຫວດັ່ງກ່າວນີ້
ເປັນມາດຕະການປ້ອງກັນໄວ້ລ່ວງໜ້າ ຫລັງຈາກກະຊວງການ
ຕ່າງປະເທດສະຫະລັດ ໄດ້ຮັບຂໍ້ມູນ ກ່ຽວກັບການຂົ່ມຂູ່ ຢູ່ທີ່ນະ
ຄອນລາຮໍ.

ນອກນັ້ນແລ້ວ ກະຊວງການຕ່າງປະເທດສະຫະລັດ ຍັງໄດ້ອອກຄຳເຕືອນຮຽກຮ້ອງໃຫ້ປະ
ຊາຊົນອາເມຣິກັນເລື່ອນເວລາໃນການເດີນທາງທີ່ບໍ່ຈຳເປັນໄປຍັງປາກິສຖານຍ້ອນຄວາມ ເປັນຫ່ວງດ້ານຄວາມປອດໄພທີ່ຍັງມີຢູ່ຕໍ່ມາໃນປາກິສຖານ ທີ່ຕັ້ງຢູ່ໃນເອເຊຍໃຕ້.

ຖະແຫລງຂ່າວສະບັບນຶ່ງ ທີ່ນຳອອກເຜີຍແຜ່ ໃນຕອນແລງຂອງວັນພະຫັດວານນີ້ ເວົ້າວ່າ ການມີໜ້າຂອງກຸ່ມກໍ່ການຮ້າຍຈາກຕ່າງປະເທດແລະພາຍໃນປະເທດຫຼາຍໆກຸ່ມອາດຈະ ເປັນໄພອັນຕະລາຍຕໍ່ປະຊາຊົນອາເມຣິກັນ ໃນທົ່ວປະເທດປາກິສຖານ.

ທ່ານນາງ Gregoris ເວົ້າວ່າ ໃນເວລານີ້ ການຂົ່ມຂູ່ດັ່ງກ່າວ ແມ່ນເປັນການຂົ່ມຂູ່ ແຕ່ສະ ເພາະໃນເຂດທ້ອງຖິ່ນນະຄອນລາຮໍ ແລະຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ມີການພົວພັນ ກັບການຂົ່ມຂູ່ຂອງພວກກໍ່ການຮ້າຍທີ່ພາໃຫ້ມີການປິດສະຖານທູດແລະກົງສຸນສະຫະລັດ 19 ແຫ່ງ ໃນພາກຕາເວັນອອກກາງແລະອາຟຣິການັ້ນຫຼືບໍ່.

ໃນຕົ້ນອາທິດນີ້ ສະຫະລັດໄດ້ສັ່ງໃຫ້ຖອນພະນັກງານ ສະຖານທູດຂອງຕົນ ອອກຈາກປະ
ເທດເຢເມນ.

ວີດີໂອ - ສຫລ ຍົກຍ້າຍ ພະນັກງານ ຈາກລາຮໍ
please wait

No media source currently available

0:00 0:00:21 0:00
XS
SM
MD
LG