ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຫົວ​ໜ້າເຈ​ລະ​ຈາ​ລະ​ຈາ​ ຂອງ ສ​ຫລ ສ​ົ​ນທະ​ນາ ເລື້ອງ​ສັນ​ຕິ​ພາບ ຢູ່​ອັ​ຟ​ກາ​ນິ​ສ​ຖານ ກັບນາ​ຍົກ​ປາ​​ກິ​ສ​ຖານ


​ທ. ຊາລ​ເມ ຄາ​ລີ​ລ​ຊາດ, ຫົວ​ໜ້າ​ນັກ​ເຈ​ລະ​ຈາ​ຂອງ​ສະ​ຫະ​ລັດ ​ສຳ​ລັບ​ການ​ສ້າງ​ຄວາມປອງດອງ​ຊາດ​​ອັ​ຟ​ກາ​ນິ​ສ​ຖານ ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ພາຍ​ໃນ ​ຂອງ​​ອັ​ຟ​ກາ​ນິ​ສ​ຖານໃນ​ນະ​ຄອນຫລວງ​ໂດ​ຮ່າຂອງ​ກາ​ຕາ ໃນວັນ​ທີ 8 ກ​ໍລະ​ກົດ, 2019
​ທ. ຊາລ​ເມ ຄາ​ລີ​ລ​ຊາດ, ຫົວ​ໜ້າ​ນັກ​ເຈ​ລະ​ຈາ​ຂອງ​ສະ​ຫະ​ລັດ ​ສຳ​ລັບ​ການ​ສ້າງ​ຄວາມປອງດອງ​ຊາດ​​ອັ​ຟ​ກາ​ນິ​ສ​ຖານ ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ພາຍ​ໃນ ​ຂອງ​​ອັ​ຟ​ກາ​ນິ​ສ​ຖານໃນ​ນະ​ຄອນຫລວງ​ໂດ​ຮ່າຂອງ​ກາ​ຕາ ໃນວັນ​ທີ 8 ກ​ໍລະ​ກົດ, 2019

ປາ​ກິ​ສ​ຖານ​ໄດ້​ຮັບ​ປະ​ກັນ​ຕໍ່​ສະ​ຫະ​ລັດ​ວ່າ ໝັ້ນ​ໃຈໃນ​ການ​ສະ​ໜັບ​ສະ​ໜຸນ​ “ຢ່າງ​ແນ່ວ​ແນ່” ຂອງ​ຕົນ ໃນ​ການ​ດຳ​ເນີນ​ຂັ້ນ​ຕອນ​ສັນ​ຕິ​ພາບ ແລະ​ການສ້າງ​ຄວາມ ປອງດອງ​ຊາດ ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານທີ່​ຖືກ​ສົງ​ຄາມ​ທຳ​ລາຍນັ້ນ ໂດຍ​ການເນັ້ນ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ເອົາ​ບາດ​ກ້າວ “ຕົວ​ຈິງ” ຂອງ​ທຸກ​ຝ່າຍ​ຢູ່​ໃນ​ການ​ຂັດ​ແຍ້ງນັ້ນ ເພື່ອຫລຸດ​ຜ່ອນ​ຄວາມ​ຮຸນ​ແຮງລົງ.

ຫ້ອງ​ການ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິມ​ຣານ ຄານ (Imran Khan) ກ່າວ​ຢູ່​ໃນ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງ ​ທີ່ນຳ​ອອກເຜີຍ​ແຜ່ອອກ​ມາ​ໃນ​ຕອນ​ແລງວັນ​ຈັນ​ວານ ນີ້ວ່າ ທ່ານ​ຄານ​ໄດ້​ໃຫ້ຄຳ​ເຫັນ​ດັ່ງ​ກ່າວ ​ຢູ່​ໃນການ​ພົບກັບ ​ທ່ານຊາລ​ເມ ຄາ​ລີ​ລ​ຊາດ (Zalmay Khalilzad), ຫົວ​ໜ້າ​ນັກ​ເຈ​ລະ​ຈາ​ຂອງ​ສະ​ຫະ​ລັດ​ສຳ​ລັບ​ການ​ສ້າງ​ຄວາມປອງດອງ​ຊາດອັ​ຟ​ກາ​ນິ​ສ​ຖານ ທີ່​ກຳ​ລັງຢ້ຽມ​ຢາມປາ​ກິ​ສ​ຖານ​ຢູ່.

ທູດ​ພິ​ເສດ​ຂອງ​ສະ​ຫະ​ລັດທ່ານນີ້ ໄດ້​ໄປ​ຢ້ຽມ​ຢາມ​ນະ​ຄອນອິ​ສ​ລາ​ມາ​ບັດ ນຶ່ງມື້​ພາຍ​ຫລັງ​ທີ່​ໄດ້​ລາຍ​ງານ​ໂດຍ​ຫຍໍ້ ​ຕໍ່ບັນ​ດາ​ຜູ້​ນຳຢູ່​ໃນ​ນະ​ຄອນ​ກາ​ບູ​ລ ກ່ຽວ​ກັບ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ໃນ​ການ​ສ້າງ​ສັນ​ຕິ​ພາບ​ຄືນ​ອີກຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ. ທ່ານຄາ​ລີ​ລ​ຊາດ (Khalilzad) ​ເດີນ​ທາງ​ໄປ​ຍັງ​ອັ​ຟ​ກາ​ນິ​ສ​ຖານ ເປັນ​ຄັ້ງ​ທຳ​ອິດ ​ພາຍຫລັງທີ່ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ​ໄດ້​ຍຸ​ຕິ​ການ​ເຈ​ລະ​ຈາ​ກັບພວກ​ກະ​ບົດ​ຕາ​ລີ​ບານ​ຢ່າງ​ກະ​ທັນ​ຫັນ​ໃນ​ເດືອນ​ແລ້ວນີ້.

"ໃນ​ນາມ​ທີ່​ເປັນ​ຜູ້​ອຳ​ນວຍຄວາມ​ສະ​ດວກ​ຢ່າງ​ຈິງ​ໃຈ ແລະ​ໃນ​ນາມ​ທີ່​ເປັນເພື່ອນ​ມິດກັນ, ປາ​ກິ​ສ​ຖານ​ກຽມ​ພ້ອມ​ສະ​ເໝີ​ທີ່​ຈະ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງຈົນ​ສຸດ​ຄວາມ​ສາ​ມາດຂອງ​ຕົນ, ໃນ​ນາມທີ່​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ມີ​ຄວາມ​ຮັບ​ຜິດ​ຊອບ​ຮ່ວມ​ກັນ, ເພື່ອ​ໃຫ້ສະ​ຫລຸບ​ຂໍ້ຕົກ​ລົງສັນ​ຕິ​ພາບໄດ້ໄວ" ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານຄານ.

ການ​ສົນ​ທະ​ນາ​ເຈ​ລະ​ຈາ​ກັນ​ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ກຸ່ມ​ຕາ​ລີ​ບານ​ທີ່​ດຳ​ເນີນ​ໄປ​ເປັນ​ເວ​ລາ​ນຶ່ງ​ປີຢູ່​ໃນ​ກາ​ຕານັ້ນໄດ້​ນຳ​ເອົາ​ສອງ​ຝ່າຍທີ່​ເປັນຄູ່​ສັດ​ຕູກັນຫຍັບ​ເຂົ້າ​ໄປໃກ້ການ​ເຮັດ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ນຳ​ກັນ​ເພື່ອ​ເຮັດ​ໃຫ້​ສົງ​ຄາມທີ່ຍືດ​ເຍື້ອ​ຍາວ​ນານ​ທີ່​ສຸດ​ຂອງ​ອາ​ເມ​ຣິ​ກາສິ້ນ​ສຸດ​ລົງ ກ່ອນ​ໜ້າ​ທີ່​ທ່ານ​ທ​ຣຳ​ໄດ້​ຍຸ​ຕິ​ຂັ້ນ​ຕອນ​ດັ່ງ​ກ່າວ​ຢ່າງ​ກະ​ທັນ​ຫັນ. ທ່ານ​ທ​ຣໍາໄດ້​ອ້າງ ​ເຖິງ​ການ​ໂຈມ​ຕີ​ຫລາຍໆ​ຄັ້ງ​ຕິດ​ຕໍ່ກັນ​ຂອງ​ພວກ​ກະ​ບົດ​ຢູ່​ໃນນະ​ຄອນ​ກາ​ບູ​ລ ທີ່​ໄດ້​ສັງ​ຫານ​ຊີ​ວິດ​ຂອງ​ທະ​ຫານ​ສະ​ຫະ​ລັດ ຄົນ​ນຶ່ງທີ່ນອນຢູ່​ໃນຈໍ​ານວນ​ຄົນເສຍ​ຊິ​ວິດ​ຄົນ​ອື່ນຫລາຍ​ຄົນ​ນັ້ນ.

ປາ​ກິ​ສ​ຖານໄດ້​ຮັບ​ຄຸນ​ງານ​ຄວາມ​ດີ ໃນ​ການ​ຈັດ​ແຈງ​ໃຫ້​ມີ​ການ​ເຈ​ລະ​ຈາ​ກັນ​ລະ​ຫວ່າງ ສະ​ຫະ​ລັດ​ກັບ​ກຸ່ມ​ຕາ​ລີ​ບານ ໂດຍ​ການ​ຊັກ​ຊວນໃຫ້​ກຸ່ມ​ກະ​ບົດ​ເຂົ້າ​ມານັ່ງ​ໂຕະ​ເຈ​ລະ​ຈາ.

​ຢູ່​ໃນຖະ​ແຫລງ​ການ​ທີ່​ນຳ​ອອກເຜີຍ​ແຜ່ອອກ​ມາ​ໃນ​ວັນ​ຈັນ​ວານນີ້ ໄດ້​ອ້າງເຖິງ​ຄຳ​ເວົ້​າ ຂອງ​ທ່ານ​ຄານວ່າ “ການ​ບັນ​ລຸ​ສັນ​ຕິ​ພາບ​ ແລະ​ຄວາມ​ໝັ້ນ​ຄົງທີ່​ຍືນ​ຍົງ ແລະຮັບ​ປະ​ກັນ​ການ​ພັດ​ທະ​ນາ​ໄລ​ຍະ​ຍາວ, ຄວາມ​ກ້າວ​ໜ້າ ແລະ​ຄວາມ​ວັດ​ທະ​ນາ​ຖາ​ວອນ​ຢູ່ໃນ​ອັ​ຟ​ກາ​ນິ​ສ​ຖານ ແລະ​ຢູ່​ໃນ​ຂົງ​ເຂດ​ແມ່ນ​ເປັນ​ຜົນ​ປະ​ໂຫຍດ​ທີ່​ດີ​ທີ່​ສຸດ​ຂອງປາ​ກິ​ສ​ຖານ.”

ອ່ານຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG