ບັນດາເຈົ້າໜ້າທີ່ຮັກສາຄວາມປອດໄພປາກິສຖານກ່າວວ່າ ການໂຈມຕີຂອງເຮືອບິນບໍ່ມີຄົນຂັບລໍານຶ່ງຂອງສະຫະລັດ ໄດ້ສັງຫານພວກນັກຕໍ່ສູ້ຫົວຮຸນແຮງຢ່າງໜ້ອຍ 10 ຄົນ ໃນເຂດຊົນເຜົ່າແຫ່ງນຶ່ງໃນພາກຕາເວັນຕົກສຽງເໜືອຂອງປະເທດ.
ທາງການປາກິສຖານກ່າວວ່າ ເຮືອບິນໂດຣນໄດ້ຍິງລູກສອນໄຟ 4 ລູກໃສ່ໝູ່ບ້ານແຫ່ງນຶ່ງ
ໃນວັນອາທິດມື້ນີ້ ໃນເຂດ Waziristan ໃຕ້ ໃກ້ກັບຊາຍແດນອັຟການິສຖານ. ບັນດາເຈົ້າ
ໜ້າທີ່ກ່າວວ່າ ການໂຈມຕີດັ່ງກ່າວ ໄດ້ແນເປົ້າໝາຍໃສ່ບ້ານເຮືອນຂອງຜູ້ບັນຊາການຫົວ
ຮຸນແຮງຄົນນຶ່ງ.
ໃນວັນເສົາວານນີ້ ເຮືອບິນບໍ່ມີຄົນຂັບລໍານຶ່ງກໍໄດ້ທໍາການໂຈມຕີໃນຂົງເຂດດຽວກັນ ຊຶ່ງໄດ້ສັງຫານພວກກະບົດຢ່າງໜ້ອຍ 2 ຄົນ.
ການໂຈມຕີຂອງພວກເຮືອບິນບໍ່ມີຄົນຂັບໄດ້ກາຍມາເປັນເລື້ອງທີ່ຂັດແຍ້ງກັນຫລາຍຂຶ້ນ
ເລື້ອຍໆລະຫວ່າງກຸງວໍຊິງຕັນແລະກຸງອິສລາມາບັດ ຫຼັງຈາກການໂຈມຕີບັ້ນນຶ່ງໃນເດືອນ
ພະຈິກປີແລ້ວນີ້ ໄດ້ສັງຫານທະຫານປາກິສຖານ 24 ຄົນ.
ປາກິສຖານຮຽກຮ້ອງໃຫ້ສະຫະລັດຂໍຂະມາໂທດສໍາລັບການໂຈມຕີໃນເດືອນພະຈິກນັ້ນ ແຕ່ທາງກຸງວໍຊິງຕັນໄດ້ປະຕິເສດ.
ປາກິສຖານກ່າວວ່າ ການໂຈມຕີດ້ວຍລູກສອນໄຟສົ່ງຜົນສະທ້ອນໃນ ທາງກົງກັນຂ້າມ ພ້ອມທັງເປັນຝ່າຝືນອະທິປະໄຕຂອງຕົນສັງຫານພວກພົນລະເຮືອນ ແລະເປັນເຊື້ອໄຟເຮັດໃຫ້ຄວາມຮູ້ສຶກຕໍ່ຕ້ານສະຫະລັດ ທະວີຮຸນແຮງຂຶ້ນ.