ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີຂອງຍົນ drone ແມ່ນແນເປົ້າໝາຍໃສ່ ຜູ້ນໍາ al-Qaida​


ຊາວປາກິສຖານຮ້ອງໂຮ ຄໍາຂວັນຕໍ່ຕ້ານ NATO ໃນການເດີນຂະບວນປະທ້ວງແລະປະນາມການໂຈມຕີໂດຍຍົນ ໂດຣນ ຂອງສະຫະລັດ, ວັນທີ 5 ມີຖຸນາ 2012. (AP Photo/Khalid Tanveer)
ຊາວປາກິສຖານຮ້ອງໂຮ ຄໍາຂວັນຕໍ່ຕ້ານ NATO ໃນການເດີນຂະບວນປະທ້ວງແລະປະນາມການໂຈມຕີໂດຍຍົນ ໂດຣນ ຂອງສະຫະລັດ, ວັນທີ 5 ມີຖຸນາ 2012. (AP Photo/Khalid Tanveer)

ເຈົ້າ​ໜ້າ​ທີ່ສະຫະລັດ​ກ່າວ​ວ່າ ການ​ໂຈມ​ຕີ​ດ້ວຍ drone ຫຼື​ເຮືອບິນ​ທີ່ບໍ່ມີ​ຄົນ​ຂັບ​ ​ໃນ​ເຂດ​ຊົນ​ເຜົ່າ​ຂອງປາ​ກີ​ສຖານ​ນັ້ນ ​ແມ່ນແນໃສ່ ຜູ້​ນໍາອັນ​ດັບ 2 ຂອງກຸ່ມ​ກໍ່​ການ​ຮ້າຍ al-Qaida ແຕ່ພວກ​ເຂົາ​ເຈົ້າ​ຍັງ​ບໍ່​ຊາບ​ວ່າ ຜູ້​ກ່ຽວລອດພົ້ນ​ຈາ​ກການ​ໂຈມ​ຕີ​ ​ຫຼື​ບໍ່?

ພວກເຈົ້າ​ໜ້າ​ທີ່ທີ່ບໍ່​ປະສົງ​ອອກ​ນາມ ກ່າວ​ຕໍ່​ສື່​ຂອງສະຫະລັດ ​ວ່າ ການ​ໂຈມຕີທາງ ​ອາກາດ​ໃນ​ວັນ​ຈັນ​ວານ​ນີ້ ​ໃນ​ເຂດ Hesokhel ນັ້ນ​ ໄດ້ແນ​ໃສ່ ນາຍ Abu Yahia a—Libi. ພວກ​ທ່ານ​ວ່າ ​ຖ້າ​ມີ​ການ​ຢືນຢັນຄັກ​ແນ່​ວ່າ ຜູ້ກ່ຽວ​ໄດ້ເສຍ​ຊີວິດແລ້ວ​ນັ້ນ ມັນ​ກໍ​ຈະເປັນ​ການ​ເສຍ​ຫາ​ຍຢ່າງ​ໃຫຍ່​ຫຼວງ ຕໍ່ກຸ່ມ​ກໍ່​ການ​ຮ້າຍດັ່ງກ່າວ.

ທາງ​ການປາ​ກີ​ສຖານ ກ່າວ​ວ່າ ການ​ໂຈມຕີ​ຄັ້ງ​ນີ້ ​ໄດ້​ສັງຫານ ຢ່າງ​ນ້ອຍ 15 ຄົນ ຊຶ່ງເປັນ​ບັ້ນນຶ່ງໃນ​ການ​ໂຈມ​ຕີ​ຫລາ​ຍໆ​ບັ້ນ ​ໃນ​ລະຫວ່າງ​ບໍ່​ເທົ່າ​ໃດ​ມື້​ຜ່ານ​ມາ​ນີ້​ ທີ່ໄດ້​ສັງຫານຢ່າງ​ນ້ອຍ 27 ຄົນ ທັງ​ໝົດ.

ລັດຖະມົນຕີ​ການ​ຕ່າງປະ​ເທດຂອງ​ປາ​ກິ​ສຖານ ​ໄດ້​ກ່າວປະນາມການ​ໂຈມ​ຕີ​ດ້ວຍຍົນ drone ຂອງສະຫະລັດຢ່າງ​ແຮງ ໃນ​ວັນ​ຈັນ​ວານ​ນີ້​ ແລະ​ເອີ້ນ​ການ​ໂຈມ​ຕີ​ດັ່ງກ່າວວ່າ ​ເປັນການ​ໂຈມ​ຕີ​ທີ່​ຜິດ​ກົດໝາຍ ທີ່​ລະ​ເມີດ​ອະທິປະ​ໄຕ​ຂອງປາ​ກີ​ສ ຖານ ​ແລະ​ຂັດ​ກັນ​ກັບ​ກົດໝາຍ​ນາໆ​ຊາດນໍາ.

ທ່ານ Christopher Snedden ນັກ​ວິເຄາະຂ່າວກ່ຽວ​ກັບ​ເອ​ເຊຍ​ໃຕ້ ປະ​ຈໍາສໍານັກງານທີ່​ປຶກສາດ້ານຄວາມ​ປອດ​ໄພ ​Asia Calling ທີ່ Melbourne ປະ​ເທດ​ອອສ​ເຕຣ​ເລຍ ກ່າວ​ຕໍ່ VOA ວ່າ ສະຫະລັດ​ຍັງ​ຈະສືບ​ຕໍ່ໃຊ້ການ​ໂຈມ​ຕີດ້ວຍ​ຍົນ drone ​ຕໍ່​ໄປ ເພາະວ່າມັນເປັນ​ວິທີ​ທີ່​ມີ​ປະສິດທິພາບ​ສູງ​ໃນ​ການ​ທໍາລາຍ​ພວກ​ຫົວ​ຮຸນແຮງ
​ໂດ​ຍທີ່​ບໍ່​ຕ້ອງ​ໃຊ້​ກອງ​ກໍາລັງຂອງ​ສະຫະລັດເລີຍ.

ນາຍ al-Libi ຜູ້​ທີ່​ເກີດ​ໃນ​ລິ​ເບຍນັ້ນ ​ໄດ້​ເປັນ​ຜູ້​ກໍາກັບ​ນໍາ​ວຽກງານ​ປະ​ຈໍາ​ວັນຂອງ​ກຸ່ມ​ກໍ່​ການ​ຮ້າຍ
al-Qaida ​ຢູ່​ໃນເຂດ​ຊົນ​ເຜົ່າຕ່າງໆ​ຂອງປາ​ກີ​ສຖານ ຮ່ວມ​ຕະຫລອດທັງເປັນ​ຕົວ​ເຊື່ອມ​ໂຍງ
​ຂອງ​ກຸ່ມ ກັບສາຂາ​ໃນ​ຕ່າງ​ປະ​ເທດ​ນໍາ.

ນາຍ al-Libi ​ໄດ້ຫລົບໜີ​ຈາກຄຸກ ທີ່ຖານ​ທັບ​ອາກາດ Bagram ​ໃນ​ອັຟກາ​ນີສຖານ ໃນ​ປີ
2005 ແລະ​ໄດ້ປາກົດ​ໂຕ​ໃນ​ວີ​ດີ​ໂອໂຄສະນາ​ຊວນ​ເຊື່ອ ຫຼາຍໆ​ຊຸດ ກ່ອນ​ທີ່​ຈະ​ກາຍມາ​ເປັນ​
ຮອງ​ຜູ້​ນໍາຂອງ​ກຸ່ມ al-Qaida ​ໃນ​ປິກາຍ​ນີ້.



XS
SM
MD
LG