ບັນດາເຈົ້າໜ້າທີ່ຮັກສາຄວາມປອດໄພໃນເຂດຕາເວັນຕົກສຽງເໜືອຂອງ ປາກິສຖານກ່າວວ່າ ຍົນໂດຣນ ຫລືເຮືອບິນບໍ່ມີຄົນຂັບຂອງສະຫະລັດລໍານຶ່ງ ໄດ້ສັງຫານແປດຄົນ ທີ່ສົງໃສ ວ່າເປັນພວກຫົວຕໍ່ສູ້.
ເຈົ້າໜ້າທີ່ກ່າວອີກວ່າ ລູກສອນໄຟສອງລູກທີ່ຍິງຈາກຍົນໂດຣນ ໄດ້ຕົກໃສ່ເຮືອນຫຼັງນຶ່ງ ທີ່ເມືອງ Shawal ໃນເຂດຊົນເຜົ່າ Waziristan ເໜືອ ໃກ້ຊາຍແດນຕິດກັບອັຟການິສຖານ.
ການໂຈມຕີຂອງຍົນໂດຣນນັ້ນ ໄດ້ກາຍເປັນບັນຫາຜິດຖຽງກັນຫຼາຍຂຶ້ນໄປນັບມື້ລະຫວ່າງວໍຊິງຕັນ ແລະອີສລາມາບັດ. ຄວາມສໍາພັນລະຫວາງທັງສອງພັນທະມິດ ໄດ້ຕົກຕໍ່າລົງເຖິງຂັ້ນວິກິດການ ຫຼັງຈາກການໂຈມຕີທາງອາກາດຂອງສະຫະລັດ ໄດ້ສັງຫານທະຫານປາກິສຖານ 24 ຄົນ ໃນເດືອນພະຈິກປີຜ່ານມາ ທີ່ຍັງຜົນໃຫ້ປາກິສຖານ ອັດຊາຍແດນຂອງຕົນ ຕິດກັບອັຟການິສຖານ ທີ່ເປັນດ່ານລໍາລຽງສະບຽງຕ່າງໆຂອງເນໂຕ້ ເຂົ້າໄປຍັງອັຟການິສຖານນັ້ນ.
ປາກີສຖານໄດ້ທວງໃຫ້ສະຫະລັດຂໍໂທດ ສໍາລັບການໂຈມຕີທາງອາກາດໃນເດືອນພະຈິກນັ້ນ ແຕ່ສະຫະລັດປະຕິເສດ.
ປາກີສຖານກ່າວວ່າ ການໂຈມຕີດ້ວຍລູກສອນໄຟນັ້ນ ເປັນການຕ້ານຜົນປະໂຫຍດ ລະເມີດປະທິປະໄຕຂອງຕົນ ເຂັ່ນຂ້າພົນລະເຮືອນ ແລະເຮັດໃຫ້ຄວາມຮູ້ສຶກຕໍ່ຕ້ານສະຫະລັດເພິ່ມທະວີຂຶ້ນ.