ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີ​ການ​ຮຽກ​ຮ້ອງ​ໃຫ້ປາກິສຖານ ​ຍົກ​ເລີກຂໍ້ຫາການກໍ່ການຮ້າຍ '​ໃນ​ວົງ​ກວ້າງ​' ຕໍ່ອະດີດນາຍົກລັດຖະມົນຕີ ຄານ ແລະ ພວກສະໜັບສະໜຸນຂອງທ່ານ

ເຈົ້າໜ້າທີ່ຕໍາຫຼວດ ກັນທາງໃຫ້ອະດີດນາຍົກລັດຖະມົນຕີ ອິມຣານ ຄານ (ກາງ), ຢູ່ດ້ານນອກຂອງສານ ໃນນະຄອນລາຮໍ, ປາກິສຖານ, ວັນທີ 17 ມີນາ 2023. ສານ ໄດ້ລະງັບໝາຍຈັບຕໍ່ ທ່ານຄານ ແລະໃຫ້ອະໄພໂທດແກ່ທ່ານ ເພື່ອເດີນທາງໄປນະຄອນຫຼວງອິສລາມາບັດ ໃນການຮັບຟັງການພິຈາລະນາຄະດີ ກ່ຽວກັບກໍລະນີຮັບສິນບົນ.

ກຸ່ມ​ປົກ​ປ້ອງສິດທິມະນຸດສາກົນ ໄດ້ກ່າວຫາເຈົ້າໜ້າທີ່ຕໍາຫຼວດຂອງປາກິສຖານ ກ່ຽວກັບການໃຊ້ “ມາດຕະການທີ່ບໍ່ເໝາະສົມ” ໃນການປະເຊີນໜ້າທີ່ເພີ້ມຄວາມຮຸນແຮງຂຶ້ນ ກັບບັນດາຜູ້ສະໜັບສະໜຸນ ອະດີດນາຍົກລັດຖະມົນຕີ ອິມຣານ ຄານ ທ່າມກາງສະພາບແວດລ້ອມທາງການເມືອງທີ່ພວມຊຸດໂຊມລົງ ພາຍໃນປະເທດທີ່ມີອາວຸດນິວເຄລຍແຫ່ງນີ້.

​ກຸ່ມ​ປົກ​ປ້ອງສິດທິມະນຸດ Human Rights Watch ກ່າວໃນວັນອັງຄານວານນີ້ວ່າ ເຈົ້າໜ້າທີ່ຕໍາຫຼວດໄດ້ຈັບໂຕຜູ້ປະທ້ວງຫຼາຍຄົນ ໂດຍການໃຊ້ໄມ້ກະບອງທຸບຕີ ແລະໄດ້ກັກຂັງພວກເຂົາເຈົ້າພາຍໃຕ້ກົດໝາຍ​ຕໍ່​ຕ້ານການກໍ່ການຮ້າຍຂອງປະເທດ.

ບັນດາຜູ້ສະໜັບສະໜຸນອະດີດນາຍົກລັດຖະມົນຕີຂອງປາກິສຖານ ທ່ານອິມຣານ ຄານ ພາກັນຍົກປ້າຍ ທີ່ມີຮູບຂອງທ່ານຄານ ລະຫວ່າງການປະທ້ວງ ໃນນະຄອນກາຣາຈີ, ວັນທີ 19 ມີນາ 2023, ໂດຍຮຽກຮ້ອງໃຫ້ປ່ອຍໂຕພະນັກງານຂອງພັກ ທີ່ຖືກຈັບໃນເຫດການປະທະກັບເຈົ້າໜ້າທີ່ຕໍາຫຼວດ ເມື່ອໄວໆມານີ້.

ທ່ານນາງແພັດທຣິເຊຍ ກອສແມນ (Patricia Gossman), ຮອງຜູ້ອໍານວຍການຂອງອົງການ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ HRW ທີ່ມີສໍານັກງານໃຫຍ່ຢູ່ໃນສະຫະ ລັດ ກ່າວໃນຖະແຫຼງການວ່າ “ການນໍາໃຊ້ຂໍ້ກໍານົດຕໍ່ຕ້ານການກໍ່ການຮ້າຍທີ່ບໍ່ແຈ່ມແຈ້ງ ແລະກວ້າງຂວາງຂອງລັດຖະບານປາກິສຖານ ກັບບັນດາຜູ້ປະທ້ວງຝ່າຍຄ້ານ ແມ່ນສິ່ງທີ່ໜ້າກັງວົນຫຼາຍທີ່ສຸດ.”

ທ່ານນາງ ໄດ້ຮຽກຮ້ອງໃຫ້ເຈົ້າໜ້າທີ່ຂອງປາກິສຖານ ຈົ່ງດໍາເນີນການກັບຜູ້ປະທ້ວງພາຍໃຕ້ກົດໝາຍທີ່ “ເໝາະສົມ” ຖ້າເຈົ້າໜ້າທີ່ຫາກເຊື່ອວ່າ ການປະຕິບັດການຕ່າງໆຂອງທ່ານຄານ ແລະບັນດາຜູ້ສະໜັບສະໜຸນຂອງທ່ານ ສົ່ງຜົນເຮັດໃຫ້ເກີດຄວາມຮຸນແຮງ ຫຼືເປັນ​ໄພ​ຂົ່ມ​ຂູ່ຕໍ່ສັງຄົມ​ຢ່າງແທ້ຈິງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG