ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພວກຫົວຮຸນແຮງ 17 ຄົນເສຍຊີວິດ ໃນປາກີສຖານ


ນາຍ Ilyas Kashmiri ຜູ້ນໍາຄົນນຶ່ງຂອງເຄືອຂ່າຍ al-Qaida ທີ່ເສຍຊີວິດ ໃນການໂຈມຕີດ້ວຍລູກສອນໄຟຈາກຍົນ drone ຂອງສະຫະລັດ, ວັນທີ 4 ມິຖຸນາ 2011.
ນາຍ Ilyas Kashmiri ຜູ້ນໍາຄົນນຶ່ງຂອງເຄືອຂ່າຍ al-Qaida ທີ່ເສຍຊີວິດ ໃນການໂຈມຕີດ້ວຍລູກສອນໄຟຈາກຍົນ drone ຂອງສະຫະລັດ, ວັນທີ 4 ມິຖຸນາ 2011.




















ບັນດາ​ເຈົ້າ​ໜ້າ​ທີ່​ຝ່າຍ​ສືບ​ລັບ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປາ​ກີ​ສ ຖານ​ກ່າວ​ວ່າ ການໂຈມ​ຕີ​ດ້ວຍລູກ​ສອນ​ໄຟ 3 ລູກ​ຈາກ​ຍົນ drone ທີ່​ບໍ່ມີ​ຄົນ​ຂັບຂອງ​ສະຫະລັດ ​ໄດ້​ສັງຫານ​ພວກ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ​ຢ່າງ​ນ້ອຍ 17 ຄົນ.

ທາງ​ການ​ປາ​ກີ​ສຖານ​ກ່າວ​ວ່າ ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ທັງ​ໝົດ ແມ່ນມີ​ຂຶ້ນໃນ​ວັນ​ຈັນ​ມື້​ນີ້ ​ໃນ​ເຂດ Waziristan ​ໃຕ້ ຊຶ່ງ​ເປັນ​ຂົງ​ເຂດ​ວຸ້ນວາຍ​ຂອງ​ຊົນ​ເຜົ່າ​ໃກ້ໆ​ກັບ​ຊາຍ​ແດນ​ອັຟກາ​ນີສຖານ​ນັ້ນ.

ການ​ໂຈມ​ຕີ​ຂອງ​ຍົນ​ບໍ່​ມີ​ຄົນ​ຂັບ​ຂອງ​ສະຫະລັດຕໍ່​ພວກ​ກະບົດ​ໃນ​ເຂດ​ຊາຍ​ແດນ​ຂອງ​ປາ
ກີ​ສຖານ​ ໄດ້​ເປັນ​ບໍ່​ເກີດ​ຂອງຄວາມ​ຂັດ​ແຍ້​ງກັນ​ລະຫວ່າງ​ສອງ​ປະ​ເທດ.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ບໍ່​ເຄີຍ​ຮັບ​ຮູ້​ຢ່າງ​ເປີດ​ເຜີຍ​ກ່ຽວ​ກັບ​ການ​ໃຊ້ຍົນ​ບໍ່​ມີ​ຄົນ​ຂັບ​ໃນ​ປາ​
ກີ​ສຖານ​ນັ້ນ ​ແຕ່​ໃນ​ທາງ​ສ່ວນ​ໂຕ​ແລ້ວ​ເຂົາ​ເຈົ້າ​ໄດ້​ຢືນຢັນ​ກ່ຽວ​ກັບການ​ໂຈມ​ຕີດັ່ງກ່າວຕໍ່​ອົງ
ການ​ຂ່າວ​ຕ່າງໆ ແລະ​ເວົ້າ​ວ່າ ການ​ປະຕິບັດ​ງານ​ດັ່ງກ່າວ​ໄດ້​ສັງຫານ​ພວກນັກ​ຕໍ່ສູ້​ຫົວ​ຮຸນ
ແຮງ​ເປັນ​ສ່ວນ​ໃຫຍ່.

ການ​ໂຈ​ມຕີໃນ​ມື້​ນີ້ ​ມີ​ຂຶ້ນ​ຫລັງ​ຈາກ​ມີ​ລາຍ​ງານ​ຂ່າວ​ການ​ຕາຍ​ຂອງ​ນາຍ Ilyas Kashmiri
ຜູ້​ນໍາ​ຄົນ​ນຶ່ງ​ຂອງ​ເຄືອ​ຂ່າວຍອາລກາ​ອິດາ​ ​ໃນ​ປາ​ກິ​ສຖານ ໃນການ​ໂຈມ​ຕີ​ຂອງ​ຍົນ drone
ຂອງ​ສະຫະລັດ​ໃນ​ເຂດ​ຊົນ​ເຜົ່າ​ດັ່ງກ່າວໃນ​ວັນ​ສຸກ​ຜ່ານ​ມາ​ນີ້.

XS
SM
MD
LG