ລັດຖະບານ ປາກິສຖານ ໄດ້ປະກາດວ່າ ເຂົາເຈົ້າຈະພະຍາຍາມຄວບຄຸມຕົວພວກຜູ້
ນຳ ແລະ ນັກເຄື່ອນໄຫວຂອງພັກການເມືອງອິສລາມ ຫົວຮຸນແຮງທີ່ຖືກຕັ້ງຂໍ້ຫາ “ທໍ
ລະຍົດ ແລະ ກໍ່ການຮ້າຍ” ສຳລັບການປຸກປັ້ນການດຳເນີນການຕໍ່ຕ້ານລັດຖະບານ
ແລະ ສຳລັບການທຳລາຍຊັບສິນສາທາລະນະ.
ການກ່າວຫາຕ່າງໆ ໄດ້ເກີດມາຈາກການປະທ້ວງຕາມຖະໜົນທົ່ວປະເທດ ເພື່ອຕໍ່
ຕ້ານການໃຫ້ອະໄພແມ່ຍິງຊາວ ຄຣິສຕຽນຄົນນຶ່ງ ໂດຍສານສູງສຸດ ຜູ້ທີ່ຖືກຕັດສິນປະ
ຫານຊີວິດສຳລັບການດູໝິ່ນສາສະໜາ. ການປະທ້ວງໃຊ້ຄວາມຮຸນແຮງໄດ້ຈັດຂຶ້ນ
ໂດຍພວກບັນດາຫົວໜ້າຂອງພັກ ເທຣີກ-ລັບເບກ (TLP), ເຊິ່ງແມ່ນພັກການເມືອງ
ທີ່ໄດ້ເລີ່ມຂຶ້ນວ່າເປັນກຸ່ມກະບົດ.
ລັດຖະມົນຕີກະຊວງຖະແຫຼງຂ່າວ ທ່ານ ຟາວາດ ຊາວດຣີ (Fawad Chaudhry)
ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວໃນວັນເສົາວານນີ້ວ່າ ສະມາຊິກພັກ TLP
3,000 ຄົນໄດ້ຖືກນຳຕົວໄປ “ຄຸມຂັງເພື່ອຄວາມປອດໄພ”, ລວມທັງທ່ານ ຄາດິມ
ຮຸສເຊນ ຣິສວີ, ຫົວໜ້າ ແລະ ຜູ້ກໍ່ຕັ້ງຂອງພັກດັ່ງກ່າວ.
ທ່ານ ຊາວດຣີ ໄດ້ກ່າວວ່າ ການຈັບກຸມຕ່າງໆໄດ້ເກີດຂຶ້ນໃນແຂວງ ປັນຈັບ, ເຊິ່ງ
ແມ່ນຖານທີ່ໝັ້ນທີ່ແຂງແກ່ນຂອງພັກ ອິສລາມມິສ.
ທ່ານລັດຖະມົນຕີໄດ້ກ່າວວ່າ “ລັດຖະບານຕອນນີ້ໄດ້ຕັດສິນທີ່ຈະດຳເນີນການ
ທາງກົດໝາຍເພີ່ມເຕີມຕໍ່ພວກຜູ້ນຳທັງໝົດຂອງພັກ TLP. ດັ່ງນັ້ນ, ທ່ານ ຄາດິມ
ຮຸສເຊນ ຣິສວີ, ຜູ້ທີ່ເປັນຫົວໜ້າຂອງພັກ ເທຣີກ ອີ ລັບເບກ, ຈຶ່ງຖືກຕັ້ງຂໍ້ຫາ ສຳ
ລັບການລະດົມຄົນຕໍ່ຕ້ານລັດຖະບານ ແລະ ກໍ່ການຮ້າຍໃນນະຄອນ ລາຮໍ.”
ທ່ານ ຊາວດຣີ ໄດ້ກ່າວເພີ່ມເຕີມວ່າ ຮອງຂອງທ່ານ ຣິສວີ ຍັງຖືກຕັ້ງຂໍ້ກ່າວຫາທໍ
ລະຍົດ ແລະ ກໍ່ການຮ້າຍດ້ວຍ.
ແນວໃດກໍຕາມ, ທ່ານໄດ້ອະທິບາຍວ່າ ພວກນັກເຄື່ອນໄຫວພັກ TLP ແລະ ຜູ້ຕິດ
ຕາມທັງຫຼາຍ ທີ່ບໍ່ໄດ້ມີສ່ວນຮ່ວມໂດຍກົງໃນການດຳເນີນຄວາມຮຸນແຮງໃນລະ
ຫວ່າງການຊຸມນຸມນັ້ນ ຈະຖືກປ່ອຍຕົວ ຫຼັງຈາກໄດ້ສັນຍາວ່າຈະບໍ່ພົວພັນໃນ ກິດ
ຈະກຳທາງການເມືອງ “ທີ່ບໍ່ຖືກກົດໝາຍ ແລະ ບໍ່ຖືກລັດຖະທຳມະນູນ” ໃນອະນາ
ຄົດ.
ເຊີນອ່ານຂ່າວນີ້ຕື່ມເປັນພາສາອັງກິດ