ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປາກິສຖານ ພະຍາຍາມສ້າງຄວາມສໍາພັນ ອັນເລິກເຊິ່ງ ທີ່ ‘ສໍາຄັນ’ ກັບສະຫະລັດ


ໃນພາບທີ່ເຜີຍແຜ່ໂດຍກະຊວງຂໍ້ມູນຂ່າວສານ, ຮັກສາການປະທານາທິບໍດີຂອງປາກິສຖານ ທ່ານຊາດິກ ຊານຈ໌ຣານີ (Sadiq Sanjrani) ຊ້າຍ, ປະກາດການສາບານຕົນເຂົ້າຮັບຕໍາແໜ່ງ ຕໍ່ນາຍົກລັດຖະມົນຕີທີ່ຖືກເລືອກຄົນໃໝ່ ທ່ານຊາບາສ ຊາຣີຟ ຢູ່ທີ່ທໍານຽບຂອງປະທານາທິບໍດີ ໃນນະຄອນຫຼວງອິສລາມາບັດ, ເມື່ອວັນທີ 11 ເມສາ 2022.
ໃນພາບທີ່ເຜີຍແຜ່ໂດຍກະຊວງຂໍ້ມູນຂ່າວສານ, ຮັກສາການປະທານາທິບໍດີຂອງປາກິສຖານ ທ່ານຊາດິກ ຊານຈ໌ຣານີ (Sadiq Sanjrani) ຊ້າຍ, ປະກາດການສາບານຕົນເຂົ້າຮັບຕໍາແໜ່ງ ຕໍ່ນາຍົກລັດຖະມົນຕີທີ່ຖືກເລືອກຄົນໃໝ່ ທ່ານຊາບາສ ຊາຣີຟ ຢູ່ທີ່ທໍານຽບຂອງປະທານາທິບໍດີ ໃນນະຄອນຫຼວງອິສລາມາບັດ, ເມື່ອວັນທີ 11 ເມສາ 2022.

ລັດຖະບານໃໝ່ຂອງປາກິສຖານ ກ່າວໃນມື້ວັນອັງຄານວານນີ້ວ່າ ມັນຈະເປັນການພົວພັນ “ທີ່ມີຄວາມສ້າງສັນແລະໄປໃນທິດທາງທີ່ເປັນບວກ” ກັບສະຫະ ລັດ ເພື່ອສົ່ງເສີມ “ເປົ້າໝາຍຮ່ວມກັນ” ຂອງສັນຕິພາບຢູ່ໃນພູມີພາກ, ຄວາມ ໝັ້ນຄົງ ແລະການພັດທະນາ.

ສະພາຂອງປາກິສຖານ ໄດ້ເລືອກເອົາທ່ານ ເຊບາສ ຊາຣີຟ (Shehbaz Sharif) ເປັນນາຍົກລັດຖະມົນຕີຂອງປະເທດໃນມື້ວັນຈັນແລ້ວນີ້ ລຸນຫຼັງທີ່ມີການລົງຄະແນນສຽງບໍ່ໄວ້ວາງໃຈປົດນາຍົກລັດຖະມົນຕີຄົນເກົ່າ ທ່ານອິມຣານ ຄານ ອອກຈາກຕໍາແໜ່ງ ອັນໄດ້ສິ້ນສຸດລັດຖະບານປະສົມຂອງທ່ານຄານເປັນເວລາ​ເກືອບ 4 ປີ.

“ພວກເຮົາ ມີຄວາມຍິນດີທີ່ສະຫະລັດຢືນຢັນ ເຖິງຄວາມສໍາພັນທີ່ມີມາຍາວນານກັບປາກິສຖານ,” ຫ້ອງການຂອງທ່ານເຊີຣິຟ ກ່າວຕອບຕໍ່ຄໍາຖະ​ແຫຼງ ຂອງໂຄ ສົກປະຈໍາທໍານຽບຂາວ ທ່ານນາງເຈັນ ຊາກີ ໃນມື້ວັນຈັນແລ້ວນີ້, ເຊິ່ງທ່ານນາງໄດ້ເນັ້ນຢໍ້າກ່ຽວກັບຄວາມສໍາຄັນໃນການພົວພັນກັບອິສລາມາບັດຂອງ ວໍຊິງຕັນ ໂດຍບໍ່ໄດ້ຄໍານຶງເຖິງຜູ້ນໍາຂອງປະເທດ.

ຢູ່ໃນຖະແຫຼງການຂອງປາກິສຖານກ່າວວ່າ “ພວກເຮົາມີຄວາມຕັ້ງໃຈທີ່ຈະມີຄວາມສໍາພັນອັນສໍາຄັນທີ່ເລິກເຊິ່ງນີ້ ຢູ່ບົນຫຼັກການຂອງການເທົ່າທຽມກັນ, ຜົນປະໂຫຍດຮ່ວມກັນ ແລະໄດ້ຮັບປະໂຫຍດນໍາກັນ.”

ໃນມື້ວັນຈັນແລ້ວນີ້ ທ່ານນາງຊາກີ ກ່າວວ່າ ລັດຖະບານຂອງທ່ານໄບເດັນ ສະໜັບສະໜຸນຕໍ່ “ການຮັກສາຫຼັກການປະຊາທິປະໄຕຂອງລັດຖະທໍາມະນູນຢ່າງສັນຕິ” ແລະບໍ່ສະໜັບສະໜຸນພັກການເມືອງໃດນຶ່ງເໜືອພັກການເມືອງອື່ນໆຢູ່ໃນປາກິສຖານ.

ທ່ານນາງກ່າວວ່າ “ພວກເຮົາໃຫ້ຄວາມສໍາຄັນກັບການຮ່ວມມືທີ່ມີມາຍາວນານກັບປາກິສຖານ, ອັນໄດ້ສໍານຶກເຫັນຢູ່ສະເໝີວ່າ ປະເທດປາກິສຖານທີ່ຮຸ່ງເຮືອງ ແລະປະຊາທິປະໄຕນີ້ ມີຄວາມສໍາຄັນເປັນຢ່າງຍິ່ງຕໍ່ຜົນປະໂຫຍດຂອງສະຫະ ລັດ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG