ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປາ​ກິ​ສ​ຖານ ເປີດຄືນ​ດ່ານ​ຊາຍ​ແດນ ​ຕິດ​ກັບ​ອ​ັ​ຟ​ກາ​ນິ​ສ​ຖານ ຫຼັງ​ຈາກ​ຖືກ​ປິດ ຍ້ອນ​ຍາມ​ປາ​ກິ​ສ​ຖານຖືກ​ຍິງ​ຕາຍ


​ແຟ້ມ - ພວກ​ຄົນ​ຂັບ ຢືນ​ຢູ່​ຕໍ່​ໜ້າ​ລົດ ​ຂົນ​ເຄື່ອງ​ບັນ​ເທົາ​ທຸກ​ ໄປ​ໃຫ້​ຊາວ​ອັ​ຟ​ກາ​ນິ​ສ​ຖານ ກ່ອນ​ຂ້າມ​ດ່ານ​ຊາຍ​ແດນ​ຊາ​ມານ ເມື່ອ​ວັນ​ທີ 17 ທ​ັນ​ວາ 2021.
​ແຟ້ມ - ພວກ​ຄົນ​ຂັບ ຢືນ​ຢູ່​ຕໍ່​ໜ້າ​ລົດ ​ຂົນ​ເຄື່ອງ​ບັນ​ເທົາ​ທຸກ​ ໄປ​ໃຫ້​ຊາວ​ອັ​ຟ​ກາ​ນິ​ສ​ຖານ ກ່ອນ​ຂ້າມ​ດ່ານ​ຊາຍ​ແດນ​ຊາ​ມານ ເມື່ອ​ວັນ​ທີ 17 ທ​ັນ​ວາ 2021.

ປາ​ກິ​ສ​ຖານ​ໄດ້​ຕັດ​ສິນ​ໃຈ ​ເປີດ​ດ່ານ​ຊາຍ​ແດນ​ທີ່​ສຳ​ຄັນ​ແຫ່ງ​ນຶ່ງ ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ປະ​ເທດທີ່​ຕິດ​ກັບ​ອັ​ຟ​ກາ​ນິ​ສ​ຖານ ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ ເພື່ອ​ການ​ຄ້າ​ ແລະ​ກ​ານ​ຂ້າມ​ໄປ​ມາ​ຂອງ​ຜູ້​ຄົນ ເລີ້ມ​ແຕ່​ວັນ​ຈັນ​ມື້ນີ້​ເປັນ​ຕົ້ນ​ໄປ ນຶ່ງ​ອາ​ທິດຫຼັງ​ຈາກ​ໄດ້​ປິດ​ດ່ານ​ແຫ່ງນີ້ ຍ້ອນ​ຍາມ​ຊາຍ​ແດນ​ປາ​ກິ​ສ​ຖານ​ຄົນ​ນຶ່ງ​ໄດ້ຖືກສັງ​ຫານ​ໂດຍ “ຜູ້​ກໍ່​ການ​ຮ້າຍ” ​ອັ​ຟ​ກາ​ນິ​ສ​ຖານ.

ການ​ຍິງ​ກັນ​ຢ່າງ​ຮ້າຍ​ແຮງ ຊຶ່ງ​ຍັງ​ເຮັດ​ໃຫ້​ທະ​ຫານ 2 ຄົນ​ບາດ​ເຈັບເກີດ​ຂຶ້ນ​ເມື່ອ​ວັນ​ທີ 13 ພະ​ຈິກທີ່​ຕຶກ​ອາ​ຄານ​ດ່ານ​ຊາຍ​ແດນຊາ​ມານ (Chaman) ລະ​ຫວ່າງສອງ​ປະ​ເທດ ທີ່​ຮູ້​ກັນ​ໃນ​ຊື່ ປະ​ຕູ​ມິດ​ຕະ​ພາບ.

ທ່ານ​ອັບ​ດູ​ລ ຮາ​ມີດ ເຊ​ຫ໌​ຣີ ຫົວ​ໜ້າ​ປົກ​ຄອງ​ເມືອງ​ຊາມ​ານໄດ້​ປະ​ກາດ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ປາ​ກິ​ສ​ຖານ​ໄດ້​ຕົກ​ລົງ​ທີ່​ຈະ​ເປີດ​ຄືນ​ດ່ານ​ຂ້າມ​ຊາຍ​ແດນ​ຄືນ​ອີກ​ຫຼັງ​ຈາກ​ໄດ້​ຮັບ “ການ​ຄ້ຳ​ປະ​ກັນ​ຢ່າງ​ໜັກ​ແໜ້ນ” ຈາກ​ລັດ​ຖະ​ບານ​ຕາ​ລີ​ບານ​ວ່າ “ຜູ້​ທີ່​ກະ​ທຳ​ຜິດ” ຈະ​ຖືກ​ຈັບ​ແລະ​ລົງ​ໂທດ​ຢ່າງ​ໜັກ​ໃນ​ໄວໆ​ນີ້.”

ກຸ່ມ​ຕາ​ລີ​ບານ ​ໄດ້​ປະ​ຕິ​ເສດ ​ຕໍ່​ການ​ກ່າວ​ຫາ​ທີ່​ວ່າ ຜູ້​ໂຈມ​ຕີ​ແມ່ນ​ນຶ່ງ​ໃນ​ຍາມ​ຊາຍ​ແດນ​ຂອງ​ພວກ​ເຂົາ​ ໂດຍ​ເວົ້າ​ວ່າ ການ​ສືບ​ສວນ​ຢ່າງ​ວ່ອງ​ໄວ​ ໄດ້​ເລີ້ມ​ຂຶ້ນ​ແລ້ວ ເພື່ອ​ຊອກ​ຫາ​ໂຕ​ແລະ​ຈັບ​ກຸມ​ຜູ້​ກ່ຽວ.

ແຟ້ມ - ທຸງ​ຊາດ​ປາ​ກິ​ສ​ຖານ ແລະ​ຂອງ​ກຸ່ມ​ຕາ​ລີ​ບານ ປິວ​ສະ​ບັດ​ຢູ່​ໃນ​ເຂດ​ຊາຍ​ແດນ ຂ້າງ​ຂອງ​ຕົນ ໃນ​ຂະ​ນະ​ທີ່​ຜູ້​ຄົນ ຍ່າງ​ຜ່ານ​ເຄື່ອງກັ້ນ​ເພື່ອ​ຮັກ​ສາ​ຄວາມ​ປອດ​ໄພ ທີ່​ດ່ານ​ຊາຍ​ແດນ​ຊາ​ມານ ຂອງ​ປາ​ກິ​ສ​ຖານ ເມື່ອ​ວັນ​ທີ 18 ສິງ​ຫາ 2021.
ແຟ້ມ - ທຸງ​ຊາດ​ປາ​ກິ​ສ​ຖານ ແລະ​ຂອງ​ກຸ່ມ​ຕາ​ລີ​ບານ ປິວ​ສະ​ບັດ​ຢູ່​ໃນ​ເຂດ​ຊາຍ​ແດນ ຂ້າງ​ຂອງ​ຕົນ ໃນ​ຂະ​ນະ​ທີ່​ຜູ້​ຄົນ ຍ່າງ​ຜ່ານ​ເຄື່ອງກັ້ນ​ເພື່ອ​ຮັກ​ສາ​ຄວາມ​ປອດ​ໄພ ທີ່​ດ່ານ​ຊາຍ​ແດນ​ຊາ​ມານ ຂອງ​ປາ​ກິ​ສ​ຖານ ເມື່ອ​ວັນ​ທີ 18 ສິງ​ຫາ 2021.

ຮູບ​ຖ່າຍ​ຈາກ​ກ້ອງ​ຮັກ​ສາ​ຄວາມ​ປອດ​ໄພທີ່​ແບ່ງ​ປັນ​ໃຫ້​ວີ​ໂອ​ເອ​ເບິ່ງ ຫຼັງ​ຈາກ​ການ​ໂຈມ​ຕີ ສະ​ແດງ​ໃຫ້​ເຫັນ​ວ່າມື​ປືນ​ແມ່ນ​ນຶ່ງ​ໃນ​ພວກ​ຍາມ​ຕາ​ລີ​ບານ​ຫຼາຍໆ​ຄົນ​ກ່ອນ

ທີ່​ຜູ້​ກ່ຽວ​ຈະ​ຈົກ​ປືນ​ຂອງ​ລາວ​ອອກ​ມາ​ ແລະ​ຍິງ​ໃສ່​ທະ​ຫານ​ປາ​ກິ​ສ​ຖານ ​ທີ່​ຢູ່​ໃກ້ໆ ບ່ອນຂ້າມ​ຊາຍ​ແດນກ່ອນ​ທີ່​ແລ່ນ​ກັບ​ຄືນ​ເຂົ້າ​ໄປ​ໃນ​ເຂດ​ຊາຍ​ແດນ​ອັ​ຟ​ກາ​ນິ​ສ​ຖານ ພ້ອມ​ກັບ​ຜູ້​ຮ່ວມ​ງານ​ຄົນ​ອື່ນ​ຂອງ​ລາວ. ນຶ່ງ​ໃນ​ນັ້ນ ໄດ້​ກັບ​ຄືນ​ໃນ​ເວ​ລາ​ຕໍ່​ມາ ຊຶ່ງ​ສາ​ມາດ​ແນມ​ເຫັນ ​ໄດ້​ຍິງ​ປືນ​ຫຼາຍໆ​ລູກ​ໃສ່​ກ້ອງຖ່າຍຮັກ​ສາ​ຄ​ວາມ​ປອດ​ໄພ ຊຶ່ງ​ໃນທີ່​ສຸດ​ກໍ​ໄດ້​ຮັບ​ຄວາມ​ເສຍ​ຫາຍນັ້ນ.

ຕຶກ​ອາ​ຄານ​ທີ່​ເມືອງ​ຊາມ​ານ ​ແລະ​ດ່ານ​ຂ້າມ​ຊາຍ​ແດນ ​ຕໍ​ຄຳ (Torkham) ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ ແມ່ນ​ເຮັດ​ໜ້າ​ທີ່​ເປັນເສັ້ນ​ທາງ​ທີ່​ສຳ​ຄັນ​ສຳ​ລັບ​ການ​ຄ້າ ແລະ​ການ​ຂົນ​ສົ່ງຂອງ​ອັ​ຟ​ກາ​ນິ​ສ​ຖານ ​ສຳ​ລັບການ​ຄ້າ​ ແລະ​ການ​ຂົນ​ສົ່ງ​ຜ່ານ​ປາ​ກິ​ສ​ຖານ. ນອກນັ້ນ​ກໍ​ຍັງ​ມີ​ດ່ານ​ຊາຍ​ແດນ​ອື່ນໆ ທີ່​ມີ​ຂະ​ໜາດ​ນ້ອຍກວ່າ ສຳ​ລັບ​ຊ​ຍາ​ແດນ​ທີ່​ຍາວ 2,600 ກິ​ໂລ​ແມັດ ລະ​ຫວ່າງ​ປະ​ເທດ​ທັງ​ສອງ.

ການ​ປິດ​ຊາຍ​ແດນ​ເປັນ​ເວ​ລາ​ນຶ່​ງອາ​ທິດ ເຮັດ​ໃຫ້​ລົດ​ບັນ​ທຸກ​ຫຼາຍໆ​ຮ້ອຍ​ຄັນ​ ຕິດ​ຄ້າງ​ຢູ່​ທັງ​ສອງ​ຂ້າງ​ຂອ​ງຊາຍ​ແດນ ທີ່​ຂົນ​ສິນ​ຄ້າ​ຜ່ານ​ແດນ​ຂອງ​ອັ​ຟ​ກາ​ນິ​ສ​ຖານ ແລະ​ສິ່ງ​ຂອງ​ອື່ນໆ​ລະ​ຫວ່າງ​ປະ​ເທດ​ທັງ​ສອງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG