ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາ​ກີ​ສຖານ​ ຕົກລົງ​ ຈະ​ປ່ອຍ​​ ນັກ​ໂທດ​ ຕາ​ລິ​ບານ​ ​ອັຟກາ​ນີສຖານ


ທ່ານ Raja Pervez ນາຍົກລັດຖະມົນຕີປາກີສຖານ ກໍາລັງຈັບມືກັບ
ສະມາຊິກ​ສະພາ​ສັນຕິພາບ​ສູງ​ສຸດ​ຂອງອັຟກາ​ນີສຖານ
ທ່ານ Raja Pervez ນາຍົກລັດຖະມົນຕີປາກີສຖານ ກໍາລັງຈັບມືກັບ ສະມາຊິກ​ສະພາ​ສັນຕິພາບ​ສູງ​ສຸດ​ຂອງອັຟກາ​ນີສຖານ
ປາ​ກີ​ສຖານ​ຕົກລົງ​ທີ່​ຈະ​ປ່ອຍພວກ​ນັກ​ໂທດ​ຕາ​ລິ​ບານ​ຊາວ​ອັຟກາ​ນີສຖານ ຈຳນວນ​ນຶ່ງ ທ່າມກາງ​ການ​ເຈລະຈາ​ກັບ​ສະມາຊິກ​ສະພາ​ສັນຕິພາບ​ສູງ​ສຸດ​ຂອງອັຟກາ​ນີສຖານ ກ່ຽວ​ກັບ​ການ​ດຳ​ເນີນ​ຄວາມ​ພະຍາຍາມ ​ເພື່ອ​ສ້າງ​ຄວາມ​ປອງດອງ​ຊາດໃນ​ອັຟກາ​ນິສຖານ.

ອັຟກາ​ນີສຖານ​ໄດ້​ພະຍາຍາມ​ມາ​ດົນ​ນານແລ້ວ ​ໃນ​ການ​ເຂົ້າຫາ​ເຂົ້າ​ເຖິງ​ພວກນັກ​ໂທດ​ດັ່ງກ່າວ​ ​ເພື່ອ​ຊ່ວຍເຮັດ​ໃຫ້​ຂັ້ນຕອນ​ການ​ສ້າງສັນຕິພາບ​ທີ່​ບໍ່​ໄປ​ບໍ່​ມາ​ນັ້ນ ດຳ​ເນີນ​ຕໍ່​ໄປ.

ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ຈະ​ມີ​ພວກ​ນັກ​ໂທດ​ຫຼາຍປານ​ໃດ ​ແລະ​ຈະ ​ເປັນ​ນັກ​ໂທດ​ຈຸ​ໃດ ທີ່​ຈະ​ໄດ້​ຮັບ​ການ​ປ່ອຍ​ຕົວ.

ທ່ານ Salahuddin Rabbani ຫົວໜ້າ​ສະພາ​ສັນຕິພາບອັຟກາ​ນິສຖານ ກໍາລັງ​ຢູ່​ໃນປາ​ກີ​ສຖານ​ສໍາ​ລັບ​ການ​ເຈລະຈາ​ກັບບັນດາ​ເຈົ້າໜ້າ​ທີ່​ລະ​ດັບ​ສູງ​ສຸດ ​ໂຮມທັງ​ປະທານາທິບໍດີ Asif Ali Zardari ນາຍົກລັດຖະມົນຕີ Raja Pervez Ashraf ​ແລະ ນາຍ​ພົນ Ashfaq Pervez Kayani ຜູ້​ບັນຊາການ​ກອງທັບປາ​ກິ​ສຖານ.

ນາຍົກລັດ​ຖະມົນຕີ Ashraf ​ໄດ້​ບອກ​ຜູ້ຕາງໜ້າ​ອັຟກາ​ນີສຖານ ວ່າ​ມັນມີ ຄວາມ​ເຫັນ​ພ້ອມ​ກັນ ວ່າ​ທັງ​ສອງ​ປະ​ເທດ​ໜ້າ​ຈະ​ປະຕິບັດ​ງານ​ຮ່ວມ​ກັນ​ເພື່ອ​ສ້າງ​ສັນຕິ​ພາບ​ຢູ່​ໃນ​ຂົງ​ເຂດ.

ປະທານາທິບໍດີ Zardari ຮັບປາກ​ວ່າ​ຈະ​ສະໜັບ​ສະ​ໜຸນ​ຄວາມ​ພະຍາຍາມ ສ້າງສັນ​ຕິ​ພາບ​ຂອງ​ອັຟກາ​ນີສຖານ ​ແລະ​ເວົ້າ​ວ່າ ການ​ທີ່​ອັຟກາ​ນີສຖານ​ມີ ສັນຕິພາບແລະ​ສະຖຽນ​ລະ​ພາບນັ້ນ ຖື​ວ່າ​ເປັນສິ່ງ​ສໍາຄັນ​ຕໍ່​ສະຖຽນ​ລະພາບ ແລະຄວາມ​ຈະ​ເຣີນຮຸ່ງ​ເຮືອງ​ຂອງ​ປາ​ກີ​ສຖານ​ນໍາ​ເຊັ່ນ​ກັນ.

ກໍາລັງ​ທະຫານ​ຂອງ​ນານາ​ຊາດ ກໍາລັງ​ໂອນ​ຄວາມ​ຮັບຜິດຊອບ​ການ​ຮັກສາ ຄວາມ​ປ​ອດ​ໄພ​ໃຫ້​ກອງທັບ​ອັຟກາ​ນີສຖານ ​ແລະມີ​ກຳນົດ​ທີ່​ຈະ​ຖອນ​ອອກ ຈາກ​ອັຟກາ​ນີສຖານ​ ໃນ​ທ້າຍ​ປີ 2014.
XS
SM
MD
LG