ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປາກິສຖານ ຈະເປັນເຈົ້າພາບ ຈັດການປະຊຸມສັນຕິພາບ ຂອງຜູ້ນໍາອັຟການິສຖານ


ທ່ານມູລລະ ອັບດຸລ ການີ ບາຣາດາ ຮອງຫົວໜ້າ ແລະຜູ້ເຈລະຈາຂອງກຸ່ມຕາລິບານ, ແລະສະມາຊິກຄະນະຜູ້ແທນຄົນອື່ນໆເຂົ້າຮ່ວມການປະຊຸມສັນຕິພາບອັຟການິສຖານໃນນະຄອນຫລວງ ມົສກູ ຂອງຣັດເຊຍ, ວັນທີ 18 ມີນາ, ປີ 2021. (Alexander Zemlianichenko/Pool via Reuters)
ທ່ານມູລລະ ອັບດຸລ ການີ ບາຣາດາ ຮອງຫົວໜ້າ ແລະຜູ້ເຈລະຈາຂອງກຸ່ມຕາລິບານ, ແລະສະມາຊິກຄະນະຜູ້ແທນຄົນອື່ນໆເຂົ້າຮ່ວມການປະຊຸມສັນຕິພາບອັຟການິສຖານໃນນະຄອນຫລວງ ມົສກູ ຂອງຣັດເຊຍ, ວັນທີ 18 ມີນາ, ປີ 2021. (Alexander Zemlianichenko/Pool via Reuters)

ປາກິສຖານ ຈະເປັນເຈົ້າພາບຈັດການປະຊຸມ ຜູ້ນໍາທາງການເມືອງຄົນສໍາຄົນຂອງອັຟການິສຖານ ເພື່ອເລັ່ງຂະບວນການສັນຕິພາບພາຍໃນອັຟການິສຖານ ໃນຂະນະທີ່ການຖອນກໍາລັງຂອງຕ່າງຊາດອອກຈາກປະເທດໃກ້ຄຽງທີ່ນໍາໂດຍສະຫະລັດ ໃກ້ຈະສໍາເລັດສົມບູນແລ້ວ.
ການເລີ້ມຕົ້ນທາງການທູດຂອງປາກິສຖານ ມີຂຶ້ນຫລັງຈາກທີ່ພວກກະບົດຕາລີບານ ບຸກເຂົ້າຄືບໜ້າໃນທົ່ວປະເທດຢ່າງໄວວາ ໂດຍສາມາດເຂົ້າຢຶດເອົາຫຼາຍເມືອງ ໃນທົ່ວປະເທດອັຟການິສຖານ ທີ່ຖືກທໍາລາຍດ້ວຍສົງຄາມ ຕັ້ງແຕ່ຕົ້ນເດືອນພຶດສະພາເປັນຕົ້ນມາ, ເມື່ອກອງກໍາລັງສະຫະລັດ ແລະພັນທະມິດຈາກອົງການ NATO ເລີ້ມການຖອນກໍາລັງ ຢ່າງເປັນທາງການ.

ສະພາບການດ້ານຄວາມໝັ້ນຄົງທີ່ຊຸດໂຊມລົງທີ່ຕາມມາ ຄືຄວາມຢ້ານກົວທີ່ເກີດຈາກຄວາມເປົ່າຫວ່າງ ທີ່ເຫລືອໄວ້ຈາກການຈາກໄປຂອງກອງກໍາລັງຕ່າງຊາດ ສາມາດປ່ຽນຄວາມຂັດແຍ້ງໃຫ້ກາຍເປັນສົງຄາມກາງເມືອງທີ່ເຕັມກໍາລັງ ແລະຊ່ວຍໃຫ້ກຸ່ມຜູ້ກໍ່ການຮ້າຍຂ້າມຊາດຫາພື້ນທີ່ເພີ້ມໃນດິນແດນອັຟການິສຖານເພື່ອໂຈມຕີເປົ້າໝາຍ ໃນປະເທດໃກ້ຄຽງ ແລະອື່ນໆອີກ.

ແຫລ່ງຂ່າວທີ່ເປັນເຈົ້າໜ້າທີ່ຂັ້ນສູງໃນອິສລາມາບັດ ກ່າວກັບ VOA ໃນວັນພຸດວານນີ້ວ່າ ກອງປະຊຸມທີ່ມີການສະເໜີໄປນັ້ນ ແມ່ນກໍາໜົດໃສ່ວັນທີ “17 ຫາ 19 ກໍລະກົດ” ແລະຜູ້ນໍາອັຟການິສຖານຫລາຍຄົນ ຢືນຢັນການເຂົ້າຮ່ວມກອງປະຊຸມຂອງພວກເຂົາເຈົ້າ.

ທູດພິເສດປະທານາທິບໍດີຂອງອັຟການິສຖານປະຈໍາປາກິສຖານທ່ານໂມຮໍາເມັດ ອູເມີ ດວດໄຊ (Mohammed Umer Daudzai) ແລະອະດີດລັດຖະມົນຕີກະຊວງການເງິນທ່ານ ໂອມາ ຊາຄີລວອລ (Omar Zakhilwal) ໄດ້ຢືນຢັນກັບ VOA ວ່າ ທ່ານທັງສອງຈະເຂົ້າຮ່ວມການປະຊຸມ. ຢ່າງໃດກໍ່ຕາມ, ທ່ານ ດວດໄຊ ໄດ້ກ່າວວ່າ ການ “ກໍາໜົດວັນທີຂອງການປະຊຸມຍັງໂຕ້ແຍ້ງກັນຢູ່.”

ອະດີດປະທານາທິບໍດີຂອງອັຟການິສຖານ ທ່ານຮາມິດ ກາໄຊ, ອະດີດລັດຖະ ມົນຕີກະຊວງການຕ່າງປະເທດ ທ່ານສາລາຮັດດິນ ຣັບບານີ, ອະດີດລັດຖະມົນ ຕີກະຊວງການເງິນ ທ່ານໂອມາ ຊາຄີລວອລ, ຜູ້ນໍາອາວຸໂສ ຂອງຊົນກຸ່ມນ້ອຍ ຮາຊາຣາ ທ່ານຮາຈິ ໂມຮໍາມັດ ໂມຮາກິກ, ອະດີດຂຸນເສິກ ທີ່ປ່ຽນມາເປັນນັກການເມືອງທ່ານ ກູລບັດດິນ ເຮັກມາຕິຢາ ແລະທ່ານ ອາມັດ ວາລີ ມາຊູດ ນຶ່ງໃນຜູ້ທີ່ໄດ້ຮັບເຊີນ, ອີງຕາມການລາຍງານຂອງແຫລ່ງຂ່າວ.

ອິສລາມາບັດໄດ້ສະເໜີໃຫ້ມີການຈັດການປະຊຸມດັ່ງກ່າວເນື່ອງຈາກກອງປະຊຸມທີ່ສະຫະລັດເປັນຜູ້ໄກ່ເກ່ຍ ໄດ້ດໍາເນີນການໄປແບບຊ້າໆມາຫລາຍເດືອນແລ້ວ, ໃນການເຈລະຈາສັນຕິພາບ ລະຫວ່າງກຸ່ມຕາລິບານແລະບັນດາຜູ້ແທນຂອງລັດ ຖະບານອັຟການິສຖານ ແມ່ນບໍ່ປະສົບຜົນສໍາເລັດໃດໆ.

ອ່ານຂ່າວນີ້ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG