ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປາກິສຖານ ຄວບຄຸມເຂດຊາຍແດນຂອງຕົນ ຢ່າງເຄັ່ງຄັດ ເພື່ອຫລຸດຜ່ອນການນຳເຂົ້າ ໄວຣັສໂຄໂຣນາ ສາຍພັນໃໝ່


ພວກຜູ້ໂດຍສານຊາວປາກິສຖານ ເດີນທາງໄປຮອດສະຖານີລົດເມ ຫຼັງຈາກທີ່ທາງການຂອງແຂວງ ໄດ້ໂຈະການຂົນສົ່ງສາທາລະນະ ໃນລະຫວ່າງ ການປິດເມືອງ "ທີ່ສະຫຼາດ" ໃນແຂວງເປຊາວອຣ ເມື່ອວັນທີ 3 ເມສາ, 2021 ໃນຂະນະທີ່ ກໍລະນີໂຄວິດ-19 ສືບຕໍ່ເພີ້ມສູງຂຶ້ນໃນປາກິສຖານ. (Photo by Abdul MAJEED / AFP)
ພວກຜູ້ໂດຍສານຊາວປາກິສຖານ ເດີນທາງໄປຮອດສະຖານີລົດເມ ຫຼັງຈາກທີ່ທາງການຂອງແຂວງ ໄດ້ໂຈະການຂົນສົ່ງສາທາລະນະ ໃນລະຫວ່າງ ການປິດເມືອງ "ທີ່ສະຫຼາດ" ໃນແຂວງເປຊາວອຣ ເມື່ອວັນທີ 3 ເມສາ, 2021 ໃນຂະນະທີ່ ກໍລະນີໂຄວິດ-19 ສືບຕໍ່ເພີ້ມສູງຂຶ້ນໃນປາກິສຖານ. (Photo by Abdul MAJEED / AFP)

ປາກິສຖານໄດ້ຕັດສິນໃຈ ໃນວັນອາທິດວານນີ້ ໃຫ້ໂຈະໄວ້ຊົ່ວຄາວ ການເດີນ ທາງເຂົ້າມາໃນປະເທດທາງບົກໂດຍການຍ່າງຜ່ານດ່ານຊາຍແດນຕິດກັບອັຟການິສຖານແລະອີຣ່ານເພື່ອ “ສະກັດກັ້ນການນໍາເຂົ້າໄວຣັສໂຄໂຣນາສາຍພັນໃໝ່”.

ຂໍ້ຈຳກັດດັ່ງກ່າວ ຈະມີຜົນບັງຄັບໃຊ້ໃນແລງວັນອັງຄານມື້ອື່ນນີ້ ແລະຈະຖືກນຳໃຊ້ຈົນເຖິງວັນທີ 20 ພຶດສະພາ ດັ່ງທີ່ສູນບັນຊາການແລະປະຕິບັດງານແຫ່ງຊາດ ຫຼື NCOC ໄດ້ກ່າວໄປ ຊຶ່ງເປັນອົງການທີ່ກຳກັບຮັບຜິດຊອບກັບການຮັບມືຕໍ່ການແຜ່ລະບາດຂອງໄວຣັສດັ່ງກ່າວ.

ພົນລະເມືອງຊາວປາກິສຖານທີ່ອາໄສຢູ່ໃນອັຟການິຖານແລະອີຣ່ານ ພ້ອມກັບຊາວອັຟການິສຖານ ທີ່ພວມຊອກຫາການຮັກສາປິ່ນປົວທີ່ສຸກເສີນຢ່າງຍິ່ງຢູ່ໃນປາກິສຖານນັ້ນ ກໍຈະອະນຸຍາດໃຫ້ເຂົ້າມາໃນປະເທດໄດ້. ການເດີນທາງຂ້າມດ່ານຊາຍແດນອອກນອກປະເທດໂດຍການຍ່າງນັ້ນແມ່ນຈະບໍ່ໄດ້ຮັບອະນຸຍາດ. ອີງຕາມການກ່າວຂອງຖະແຫລງການສະບັບນຶ່ງ.

ການຄວບຄຸມຢູ່ເຂດຊາຍແດນຢ່າງເຄັ່ງຄັດດັ່ງກ່າວ ໄດ້ອອກມາຫຼັງຈາກທີ່ບັນດາເຈົ້າໜ້າທີ່ໃນແຂວງຊິນດ໌ ທາງພາກໃຕ້ຂອງປາກິສຖານ ໄດ້ກ່າວວ່າ ພວກເຂົາໄດ້ກວດພົບໄວຣັສໂຄໂຣນາສາຍພັນຂອງອາຟຣິກາໃຕ້ ແລະບຣາຊີລ ໃນ “ຕົວ ຢ່າງຂອງຄົນສ່ວນນຶ່ງ.” ພວກສາຍພັນໃໝ່ທີ່ຕິດແປດງ່າຍທີ່ສຸດນັ້ນ ໄດ້ເຮັດໃຫ້ມີຄວາມຢ້ານກົວວ່າ ການຕິດແປດຮອບໃໝ່ຈະເພີ້ມສູງຂຶ້ນ.

ເຖິງຢ່າງໃດກໍຕາມ ສາຍພັນຂອງອັງກິດ ກໍຍັງຄົງເປັນຫລັກແຫລ່ງຂອງການເພີ້ມຂຶ້ນໃນການຕິດແປດຢູ່ທົ່ວປາກິສຖານໃນປັດຈຸບັນນີ້ຢູ່.

ປະເທດທີ່ມີປະຊາກອນປະມານ 220 ລ້ານຄົນດັ່ງກ່າວ ໄດ້ພົບເຫັນເຊື້ອໄວຣັສໃນປະເທດ ເມື່ອປີກາຍນີ້ ແລະນັບຕັ້ງແຕ່ນັ້ນມາ ໄດ້ມີລາຍງານການເສຍຊີວິດ ຫຼາຍກວ່າ 18,000 ພາຍໃນພວກທີ່ຕິດເຊື້ອໄວຣັສ ທີ່ກະປະມານໄດ້ວ່າມີຢູ່ 830,000 ຄົນ. ປະເທດນີ້ ລວມມີຜູ້ເສຍຊີວິດ 113 ຄົນ ແລະມີກໍລະນີຕິດ ເຊື້ອໃໝ່ 4,414 ຄົນອີງຕາມລາຍງານຂອງທາງການໃນວັນອາທິດວານນີ້.

ອົງການ NCOC ໄດ້ກ່າວວ່າ ຂໍ້ຈຳກັດຢູ່ຊາຍແດນ ຈະບໍ່ຖືກນຳໃຊ້ກັບການຂົນ ສົ່ງຕູ້ສິນຄ້າແລະການຄ້າສອງຝ່າຍກັບອັຟການິສຖານແລະອີຣ່ານ ແຕ່ວ່າ ພວກ ຄົນຂັບລົດຂົນສົ່ງນັ້ນ ຈະຕ້ອງໄດ້ຜ່ານ “ການກວດອຸນຫະພູມ” ຢູ່ດ່ານຂ້າມຊາຍແດນທັງຫຼາຍ.

ປາກິສຖານ ມີຊາຍແດນຮ່ວມກັນກັບອັຟການິສຖານໄລຍະຍາວເກືອບ 2,600 ກິໂລແມັດ ແລະ ປະມານ 930 ກິໂລແມັດກັບອີຣ່ານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG